ມຽນມາກ່າວວ່າ ບໍ່ມີນະໂຍບາຍສ້າງຕັ້ງ "ເຂດປອດໄພ" ໃຫ້ຊາວໂຣຮິງຢາ - ອິດສະຫຼະ

ມຽນມາກ່າວວ່າ ບໍ່ມີນະໂຍບາຍສ້າງຕັ້ງ "ເຂດປອດໄພ" ໃຫ້ຊາວໂຣຮິງຢາ



ສຳນັກຂ່າວຕ່າງປະເທດລາຍງານ 15 ກັນຍາ 2017 ວ່າ: ທ່ານ ຊໍ ເຕ ໂຄສົກລັດຖະບານມຽນມາກ່າວເມື່ອວັນພະຫັດທີ່ຜ່ານມາວ່າ: ມຽນມາບໍ່ມີນະໂຍບາຍຈັດຕັ້ງ "ເຂດປອດໄພ" ຕາມເຂດຊາຍແດນເບື້ອງຕາເວັນຕົກຂອງລັດຍະໄຂ່ ທີ່ຕິດກັບພາກຕາເວັນອອກຂອງບັງກະລາເທດ ໂດຍໃຫ້ເຫດຜົນພຽງແຕ່ວ່າ ການຈັດຕັ້ງເຂດປອດໄພຈະເຮັດໃຫ້ເຂດດັ່ງກ່າວນັ້ນຕົກຢູ່ພາຍໃຕ້ການຄວບຄຸມຂອງຕົວແທນລະຫວ່າງປະເທດ.

ເຊິ່ງກະຊວງການຕ່າງປະເທດບັງກະລາເທດເປັນຜູ້ຍື່ນຂໍ້ສະເໜີຜ່ານຄະນະກຳມະການອົງການກາແດງສາກົນ (IFRC) ເມື່ອອາທິດທີ່ຜ່ານມາ ໃນການຂໍສ້າງຕັ້ງເຂດປອດໄພຮ່ວມກັບມຽນມາ ເພື່ອປູທາງສູ່ການໃຫ້ຜູ້ລີ້ໄພຊາວໂຣຮິງຢາມີໂອກາດກັບພູມລຳເນົາ ໂດຍນັບຕັ້ງແຕ່ວັນທີ 25 ສິງຫາ 2017 ທີ່ຜ່ານມາ ຊາວໂຣຮິງຢາຫຼາຍກວ່າ 370,000 ຄົນ ລີ້ໄພການສູ້ຮົບຢ່າງຮຸນແຮງຮອບໃໝ່ໃນລັດຍະໄຂ່ໄປຍັງບັງກະລາເທດ ເຊິ່ງຮອງຮັບຜູ້ລີ້ໄພຊາວໂຣຮິງຢາຢູ່ແລ້ວປະມານ 400,000 ຄົນ ແຕ່ຊັບພະຍາກອນທີ່ມີບໍ່ພຽງພໍກໍ່ໃຫ້ເກີດຄວາມເປັນຫ່ວງດ້ານມະນຸດສະທຳ.


ໃນຂະນະດຽວກັນທ່ານ ຊໍ ເຕ ກ່າວເຖິງຜົນຈາກການປະຕິບັດການດ້ານຄວາມໝັ້ນຄົງໃນລັດຍະໄຂ່ຕັ້ງແຕ່ທ້າຍເດືອນທີ່ຜ່ານມາວ່າ ມີຜູ້ເສຍຊີວິດປະມານ 400 ຄົນ ໃນຈຳນວນນີ້ 370 ຄົນເປັນສະມາຊິກຂອງກອງທັບກອບກູ້ໂຣຮິງຢາ (ARSA) ສ່ວນທີ່ເຫຼືອເປັນເຈົ້າໜ້າທີ່ທະຫານ-ຕຳຫຼວດ ແລະ ປະຊາຊົນຈຳນວນໜຶ່ງ ແຕ່ພາຍຫຼັງວັນທີ 5 ກັນຍາ 2017 ເປັນຕົ້ນມາ ມີປະຊາຊົນປະມານ 4,200 ຄົນເລີ່ມເດີນທາງກັບໄປຍັງພູມລຳເນົາຂອງຕົວເອງແລ້ວ ເຊິ່ງເປັນສັນຍານບົ່ງບອກວ່າກອງທັບສາມາດຄວບຄຸມສະຖານະການໄດ້ດີຂຶ້ນ.

ນອກຈາກນີ້ ໂຄສົກລັດຖະບານມຽນມາຍັງກ່າວເຖິງການທີ່ທ່ານ ນາງ ອອງ ຊາຍ ຊູຈີ ມົນຕີແຫຼ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາບໍ່ເດີນທາງໄປຮ່ວມປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໃນອາທິດໜ້າວ່າ ທ່ານ ນາງ ຊູຈີ ຕິດພາລະກິດດ້ານຄວາມໝັ້ນຄົງພາຍໃນ ແລະ ສຸຂະພາບຂອງທ່ານ ນາງ ຊູຈີ, ເຊັ່ນດຽວກັນກັບທ່ານ ຖິ່ນ ຈໍ ປະທານປະເທດ ທີ່ບໍ່ສະບາຍ ຈຶ່ງໄດ້ມີການມອບໝາຍໃຫ້ທ່ານ ເຮນຣີ ແວນ ຕຽວ ຮອງປະທານປະເທດເຂົ້າຮ່ວມການປະຊຸມແທນ.


No comments

Powered by Blogger.