ເກົາຫຼີໃຕ້ເຝິກຊ້ອມຮົບ ດ້ວຍຂີປະນາວຸດ Hyunmoo-2 ພາຍຫຼັງທີ່ເກົາຫຼີຍິງຂີປະນາວຸເຊົ້າວັນສຸກນີ້ - ອິດສະຫຼະ

ເກົາຫຼີໃຕ້ເຝິກຊ້ອມຮົບ ດ້ວຍຂີປະນາວຸດ Hyunmoo-2 ພາຍຫຼັງທີ່ເກົາຫຼີຍິງຂີປະນາວຸເຊົ້າວັນສຸກນີ້



ສຳນັກຂ່າວຕ່າງປະເທດລາຍງານ 15 ກັນຍາ 2017 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ອອກຄຳສັ່ງໃຫ້ກອງທັບເກົາຫຼີໃຕ້ຊ້ອມຮົບດ້ວຍອາວຸດຈິງ ເຊິ່ງລວມເຖິງການທົດສອບປະສິດທິພາບຂອງຂີປະນາວຸດ Hyunmoo-2 ບໍລິເວນທະເລຕາເວັນອອກ ເພື່ອສະແດງກຳລັງທາງການທະຫານຕໍ່ເກົາຫຼີເໜືອ ແລະ ເພີ່ມການລາດຕະເວນບໍລິເວນເຂດປອດທະຫານ (DNC) ໂດຍຂໍ້ມູນຂອງກອງທັບເກົາຫຼີໃຕ້ລະບຸວ່າ ບໍລິເວນທີ່ເຝິກຊ້ອມຍິງຂີປະນາວຸດ ມີໄລຍະຄວບຄຸມເຖິງສະໜາມບິນນານາຊາດນະຄອນຫຼວງປຽງຢາງ ຂອງເກົາຫຼີເໜືອ ໃນເຂດຊູນັນ ທີ່ຢູ່ຫ່າງອອກໄປປະມານ 250 ກິໂລແມັດ ເຊິ່ງເປັນຈຸດທີ່ເກົາຫຼີເໜືອຍິງຂີປະນາວຸດຜ່ານນ່ານຟ້າເກາະຮອກໄກໂດ ພາກເໜືອຂອງຍີ່ປຸ່ນ ເປັນຄັ້ງທີ 2 ເມື່ອຕອນເຊົ້າຂອງວັນສຸກນີ້ຕາມເວລາທ້ອງຖິ່ນ.

ໃນດ້ານຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາເຜີຍແຜ່ຖະແຫຼງການຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງ ຮຽກຮ້ອງໃຫ້ຈີນໃນຖານະປະເທດສົ່ງອອກນ້ຳມັນດິບໄປຍັງເກົາຫຼີເໜືອຫຼາຍທີ່ສຸດ ແລະ ລັດເຊຍເຊິ່ງເປັນປະເທດທີ່ອອກໃນອະນຸຍາດໃຫ້ແກ່ແຮງງານເກົາຫຼີເໜືອຫຼາຍທີ່ສຸດ ເພີ່ມການສະແດງບົດບາດໂດຍກົງ ຕໍ່ການຍິງຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ ເຊິ່ງຂີປະນາວຸດທີ່ໃຊ້ຍິງຄັ້ງນີ້ ຍັງບໍ່ໄດ້ຮັບການເປີດເຜີຍວ່າເປັນຊະນິດໃດແທ້ ແຕ່ການວິເຄາະໂດຍກອງທັບເກົາຫຼີໃຕ້ບອກວ່າ ຂີປະນາວຸດຖືກຍິງໄປໄດ້ໄກເຖິງ 3,700 ກິໂລແມັດ ແລະ ຂຶ້ນເຖິງລະດັບຄວາມສູງ 770 ກິໂລແມັດ ຖືວ່າໄກ ແລະ ສູງກວ່າຂີປະນາວຸດ Hwasong-12 ທີ່ເກົາຫຼີໃຊ້ຍິງຜ່ານເກາະຮອກໄກໂດ ເມື່ອທ້າຍເດືອນທີ່ຜ່ານມາ.

ໃນຂະນທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກຽມປະຊຸມສຸກເສີນກ່ຽວກັບສະຖານະການທີ່ເກີດຂຶ້ນ ໃນຕອນບ່າຍຂອງວັນສຸກນີ້ຕາມເວລາທ້ອງຖິ່ນຂອງນິວຢອກ, ສະຫະລັດ ອາເມຣິກາ ໂດຍການປະຊຸມເປັນໄປຕາມການຢືນຄຳຮ້ອງຂອງຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ເຊິ່ງເມື່ອຕົ້ນເດືອນທີ່ຜ່ານມາ UNSC ຫາກໍ່ອອກມາດຕະການຂວໍ້າບາດເກົາຫຼີເໜືອຄັ້ງໃໝ່ ທີ່ເນັ້ນໄປທີ່ການຈຳກັດອຸດສາຫະກຳຕ່ຳແຜ່ນ ແລະ ຈຳກັດການນຳເຂົ້ານ້ຳມັນ ແລະ ຜະລິດຕະພັນປີໂຕຣລຽມ ເພື່ອລົງໂທດການທົດລອງລະເບີດນິວເຄຼຍ ຄັ້ງທີ 6 ຂອງເກົາຫຼີເໜືອ ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ.

No comments

Powered by Blogger.