ພາຍໃນ 24 ຊົ່ວໂມງ ລັດເຊຍໂຈມຕີກຸ່ມ IS ໃນຊີຣີຕາຍ 120 ຄົນ (ວິດີໂອ) - ອິດສະຫຼະ

ພາຍໃນ 24 ຊົ່ວໂມງ ລັດເຊຍໂຈມຕີກຸ່ມ IS ໃນຊີຣີຕາຍ 120 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 7 ຕຸລາ 2017 ວ່າ: ກະຊວງປ້ອງກັນປະເທດລັດເຊຍຖະແຫຼງວ່າ ປະຕິບັດການໂຈມຕີທາງອາກາດດ້ວຍຍົນຮົບ ໂດຍກອງທັບລັດເຊຍພາຍໃນ 24 ຊົ່ວໂມງທີ່ຜ່ານມາ ສົ່ງຜົນໃຫ້ມີນັກຮົບ IS ໃນຊີຣີເສຍຊີວິດ 120 ຄົນ ຈາກການໂຈມຕີເມືອງອາບູ ກາມານ 40 ຄົນ ແລະ ຈາກການໂຈມຕີເມືອງ ມາຢາດິນ 80 ຄົນ ໃນນັ້ນປະກອບມີນັກຮົບ IS ທີ່ມາຈາກປະເທດອື່ນໆ 60 ຄົນ, ໂດຍທາງການລັດເຊຍລະບຸວ່າ ນັກຮົບ IS ທີ່ມາຈາກປະເທດອື່ນປະກອບມີ: ຕັດຈິກິດສະຖານ, ອິຣັກ, ຕຸຍນີຊີ ແລະ ເອຢິບ ໂດຍຂ້າມຊາຍແດນເຂົ້າຊີຣີມາທາງອິຣັກ.

ການໂຈມຕີແຕ່ລະຄັ້ງ ອົງກອນສິດທິມະນຸດຄາດວ່າມີປະຊາຊົນເສຍຊີວິດນຳ ແຕ່ລັດເຊຍບໍ່ມີການປະກາດຕົວເລກປະຊາຊົນທີ່ເສຍຊີວິດ ນັບຕັ້ງແຕ່ເຂົ້າແຊກແຊງວຽກງານພາຍໃນຂອງຊີຣີ ເມື່ອປີ 2014 ແລະ ກ່າວວ່າການລາຍງານວ່າມີປະຊາຊົນເສຍຊີວິດເປັນເລື່ອງອັກຄະຕິ.



No comments

Powered by Blogger.