ເຈົ້າໜ້າທີ່ໄທ ຢຶດໄມ້ລາວທີ່ລັກລອບສົ່ງອອກ 12 ຕູ້ຄອນເທັນເນີ້ - ອິດສະຫຼະ

ເຈົ້າໜ້າທີ່ໄທ ຢຶດໄມ້ລາວທີ່ລັກລອບສົ່ງອອກ 12 ຕູ້ຄອນເທັນເນີ້



ສື່ໃນໄທລາຍງານເມື່ອວັນທີ 24 ພະຈິກ 2017 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ທະຫານ ແລະ ພາສີຂອງໄທໄດ້ລົງກວດສອບ ແລະ ຢຶດໄມ້ດູ່ແປຮູບທີ່ຜ່ານດ່ານຊາຍແດນຈາກ ສປປ.ລາວ ເພື່ອສົ່ງອອກໄປຍັງປະເທດຈີນ ບໍລິເວນຄັງສິນຄ້າອຳເພີ ທຸ່ງຊ້າງ ຈັງຫວັດນ່ານ ພາຍຫຼັງໄດ້ຮັບການປະສານງານຈາກຝັ່ງລາວ ໃຫ້ກວດຢຶດ ເນື່ອງຈາກມີການປອມແປງເອກະສານຜ່ານດ່ານສາກົນນ້ຳເງິນ ແຂວງໄຊຍະບູລີ.


ຈາກການກວດສອບພົບຕູ້ຄອນເທັນເນີ້ ຈຳນວນ 12 ຕູ້ ພາຍໃນບັນຈຸໄມ້ເຟີນິເຈີທີ່ເປັນໄມ້ດູ່ຂະໜາດຕ່າງໆຈຳນວນ 83,500 ໂຕ ແລະ ໄມ້ດູ່ທ່ອນຈຳນວນ 254 ທ່ອນ.

ເຈົ້າໜ້າທີ່ໄທກ່າວວ່າ ບໍລິສັດຂົນສົ່ງສິນຄ້າລາຍນີ້ໄດ້ມີການຂົນສົ່ງສິນຄ້າຈາກ ສປປ.ລາວ ຜ່ານປະເທດໄທໄປຍັງປະເທດຈີນຫຼາຍຄັ້ງ ໂດຍຄັ້ງນີ້ເປັນຄັ້ງທຳອິດທີ່ໄດ້ຮັບການປະສານງານຈາກດ່ານຝັ່ງລາວ ໃຫ້ກວດຢຶດ, ເຊິ່ງພາຍຫຼັງກວດຢຶດ ແລະ ກວດສອບແລ້ວພົບວ່າ ມີການປອມແປງເອກະສານເພື່ອສົ່ງອອກ ແລະ ຫຼີກລ້ຽງຂໍ້ຈຳກັດທາງກົດໝາຍ ແລະ ຈາກການຕີມູນຄ່າຖ້າຫາກສົ່ງອອກໄປຍັງປະເທດຈີນສຳເລັດແມ່ນມີມູນຄ່າສູງເຖິງ 30 ລ້ານບາດ, ໂດຍໃນເບື້ອງຕົ້ນນີ້ເຈົ້າໜ້າທີ່ໄທໄດ້ມີການຢຶດ ແລະ ສົ່ງຫຼັກຖານເພື່ອສືບສວນ ແລະ ດຳເນີນຄະດີຕໍ່ໄປ.

ຈາກ: New18

No comments

Powered by Blogger.