ສ.ອາເມຣິກາຈະຢຸດຕິສະໜັບສະໜູນອາວຸດໃຫ້ ນັກຮົບຊາວເຄີດໃນຊີຣີ - ອິດສະຫຼະ

ສ.ອາເມຣິກາຈະຢຸດຕິສະໜັບສະໜູນອາວຸດໃຫ້ ນັກຮົບຊາວເຄີດໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 25 ພະຈິກ 2017 ວ່າ: ທ່ານ ເມຟຼຸດ ຄາວູໂຊກຼູ ລັດຖະມົນຕີກະຊວງການຕ່າງປະເທດຕວັກກີກ່າວເມື່ອວັນສຸກທີ່ຜ່ານມາວ່າ: ທ່ານ ເຣເຊັບ ເທຢິບ ເອີໂດກັນ ປະທານປະເທດຕວັກກີ ໄດ້ສົນທະນາທາງໂທລະສັບກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແລະ ຜູ້ນຳກອງທັບສະຫະລັດວ່າ ກອງກຳລັງປ້ອງກັນຕົນເອງຊາວເຄີດ (YPG) ໃນຊີຣີ ຈະບໍ່ໄດ້ຮັບການສະໜັບສະໜູນດ້ານອາວຸດຈາກສະຫະລັດອີກຕໍ່ໄປ.


ຂະນະທີ່ທຳນຽບຂາວອອກຖະແຫຼງການກ່ຽວກັບບົດສົນທະນາດັ່ງກ່າວວ່າ ທ່ານ ທຣຳ ໃຫ້ຄຳໝັ້ນສັນຍາກັບຜູ້ນຳຕວັກກີ ກ່ຽວກັບການປ່ຽນແປງນະໂຍບາຍສະໜັບສະໜູນທາງທະຫານ ທີ່ຈະມອບໃຫ້ແກ່ກອງກຳລັງຝ່າຍສະໜັບສະໜູນພາກພື້ນໃນຊີຣີ ໂດຍຫຼີກລ້ຽງການລະບຸຊື່ຂອງ YPG ໂດຍກົງ.

ໃນດ້ານຂອງນັກວິເຄາະກ່າວວ່າ ທ່າທີຂອງສະຫະລັດໃນຄັ້ງນີ້ ຖືເປັນສັນຍານທີ່ບົ່ງບອກເຖິງຄວາມຕ້ອງການປັບປຸງຄວາມສຳພັນກັບຕວັກກີ ທີ່ເຄັ່ງຕຶງຂຶ້ນຫຼາຍໃນໄລຍະສຸດທ້າຍຂອງລັດຖະບານສະຫະລັດພາຍໃຕ້ການນຳຂອງທ່ານ ບາຣັກ ໂອມາບາ ທີ່ໄດ້ເກີດເຫດການກໍ່ລັດຖະປະຫານລົ້ມອຳນາດທ່ານ ເອີໂດກັນ ເມື່ອເດືອນກໍລະກົດ 2016 ແລະ ຜູ້ນຳຕວັກກີເຊື່ອວ່າ ຜູ້ຢູ່ເບື້ອງຫຼັງຄືທ່ານ ເຟດຮຸນເລາະ ກູເລນ ນັກສາສະໜາເຊິ່ງເປັນຄູ່ປັບທາງການເມືອງຕະຫຼອດການ ທີ່ລີ້ໄພຢູ່ສະຫະລັດມາດົນກວ່າ 20 ປີ ແຕ່ກູເລນ ປະຕິເສດ ໃນຂະນະທີ່ລັດຖະບານຂອງທ່ານ ໂອບາມາ ບໍ່ສະແດງຄວາມຈິງໃຈໃນເລື່ອງນີ້ເທົ່າທີ່ຄວນ.

ນອກຈາກນີ້ຕວັກກີຍັງບໍ່ພໍໃຈມາດົນແລ້ວ ທີ່ສະຫະລັດເດີນໜ້າໃຫ້ການຊ່ວຍເຫຼືອດ້ານອາວຸດແກ່ YPG ເນື່ອງຈາກຕວັກກີຖືວ່າ ກອງກຳລັງຊາວເຄີດທັງໝົດ "ເປັນກະບົດ" ແລະ "ກຸ່ມກໍ່ການຮ້າຍ" ທີ່ມີການເຊື່ອມໂຍງກັບພັກແຮງງານເຄີດິດສະຖານ (PKK) ທີ່ພະຍາຍາມແບ່ງແຍກດິນແດນໃນພາກໃຕ້ຂອງຕວັກກີມາດົນກວ່າ 3 ທົດສະວັດ ເຊິ່ງການເປັນພັນທະມິດລະຫວ່າງສະຫະລັດ ກັບ PKK ສົ່ງຜົນກະທົບຕໍ່ການຮ່ວມມືລະຫວ່າງສະຫະລັດກັບຕວັກກີ ໃນການຜ່ອນຄາຍສົງຄາມກາງເມືອງໃນຊີຣີ ທີ່ໄລຍະຜ່ານມາທ່ານ ເອີໂດກັນ ໄດ້ຫັນໄປໃຫ້ຄວາມສຳຄັນໃນການຮ່ວມມືກັບລັດເຊຍຫຼາຍຂຶ້ນ ແລະ ຫຼ້າສຸດກໍ່ໄດ້ສະໜັບສະໜູນຮ່າງແຜ່ນຍຸດທະສາດສັນຕິພາບຊີຣີ ຕາມແນວທາງຂອງທ່ານ ປູຕິນ ອີກດ້ວຍ.


No comments

Powered by Blogger.