ຜູ້ນຳຈີນ ສະໜັບສະໜູນແນວທາງສ້າງສັນຕິພາບໃນມຽນມາ - ອິດສະຫຼະ

ຜູ້ນຳຈີນ ສະໜັບສະໜູນແນວທາງສ້າງສັນຕິພາບໃນມຽນມາ



ສຳນັກຂ່າວຕ່າງປະເທດລາຍງານ 25 ພະຈິກ 2017 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃຫ້ການຕ້ອນຮັບທ່ານພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ທີ່ນະຄອນຫຼວງປັກກິ່ງເມື່ອວັນສຸກທີ່ຜ່ານມາ ໂດຍຜູ້ນຳຈີນກ່າວໃນຕອນໜຶ່ງຂອງການສົນທະນາວ່າ ລັດຖະບານຈີນໃຫ້ຄວາມສຳຄັນເປັນຢ່າງຍິງ ຕໍ່ຂະບວນການສ້າງສັນຕິພາບໃນມຽນມາ ແລະ ພ້ອມສະແດງບົດບາດຢ່າງສ້າງສັນຕໍ່ບັນຫາດັ່ງກ່າວ ອັນຈະນຳໄປສູ່ສະຖຽນລະພາບ ແລະ ຄວາມໝັ້ນຄົງຕາມເຂດຊາຍແດນລະຫວ່າງສອງປະເທດ ໂດຍຜູ້ນຳຈີນກ່າວຢ້ຳເຖິງຈຸດຢືນຂອງຈີນໃນການເຄົາລົບອະທິປະໄຕ ແລະ ດິນແດນອັນຄົບຖ້ວນຂອງມຽນມາ.

ຂະນະທີ່ທ່ານພົນເອກ ມິນ ອ່ອງ ຫຼ່າຍ ກ່າວເຖິງການຍົກລະດັບການຮ່ວມມືທາງທະຫານລະຫວ່າງກອງທັບສອງປະເທດ ແລະ ສະແດງຄວາມຂອບໃຈຕໍ່ທ່າທີຂອງຈີນ ທີ່ມີຄວາມເຂົ້າອົກເຂົ້າໃຈ ແລະ ຢູ່ຄຽງຂ້າງມຽນມາ ໃນການປະເຊີນໜ້າກັບກະແສຈາກປະຊາຄົມໂລກທີ່ມີຕໍ່ສະຖານະການດ້ານຄວາມໝັ້ນຄົງໃນລັດຍະໄຂ່ ແລະ ຍັງໃຫ້ການສະໜັບສະໜັບຕໍ່ນະໂຍບາຍປະຕິຮູບປະເທດຂອງມຽນມາພາຍໃຕ້ການນຳພາຂອງທ່ານ ນາງ ອອງ ຊານ ຊູຈີ.


ເຊິ່ງການພົບປະກັນລະຫວ່າງທ່ານ ສີ ຈິ້ນຜິງ ກັບ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ເກີດຂຶ້ນໃນເວລາດຽວກັນກັບທີ່ລັດຖະບານມຽນມາ ແລະ ບັງກະລາເທດລົງນາມຮ່ວມກັນໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຈັດຕັ້ງຄະນະປະຕິບັດງານຮ່ວມ ເພື່ອກຽມແຜນການຮັບຊາວໂຣຮິງຢາກັບຈາກບັງກະລາເທດ ທີ່ມີຫຼາຍກວ່າ 600,000 ຄົນ ໄດ້ລີ້ໄພຈາກລັດຍະໄຂ່ຕະຫຼອດໄລຍະ 3 ເດືອນທີ່ຜ່ານມາ ເພື່ອຫຼົບໜີຄວາມຮຸນແຮງຈາກການສູ້ຮົບລະຫວ່າງກອງທັບມຽນມາ ກັບ ກຸ່ມຕິດອາວຸດທີ່ເປັນກອງກຳລັງກອບກູ້ຊາວໂຣຮິງຢາໃນເຂດດັ່ງກ່າວ, ເຖິງຢ່າງໃດກໍ່ຕາມ ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ແລະ ອົງກອນສິດທິມະນຸດຫຼາຍແຫ່ງໄດ້ວິຈານການກຳນົດເງື່ອນໄຂ ຂອງມຽນມາ ແລະ ບັງກະລາເທດວ່າ ຍັງບໍ່ເປັນຮູບເປັນຮ່າງດີພໍ ເຖິງແມ່ນວ່າສອງຝ່າຍຢືນຢັນຈະເລີ່ມຂະບວນການພາຍໃນອີກ 2 ເດືອນຂ້າງໜ້າ.



No comments

Powered by Blogger.