ເກີດເຫດລະເບີດເຂດອຸດສາຫະກຳຂອງຈີນ ຕາຍ 2 ບາດເຈັບ 30 ຄົນ - ອິດສະຫຼະ

ເກີດເຫດລະເບີດເຂດອຸດສາຫະກຳຂອງຈີນ ຕາຍ 2 ບາດເຈັບ 30 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 26 ພະຈິກ 2017 ວ່າ: ໜ່ວຍງານດັບເພີງເມືອງໜິງໂປ ເຊິ່ງຢູ່ຝັ່ງຕາເວັນອອກຂອງປະເທດຈີນ ແລະ ຫ່າງຈາກນະຄອນຊຽງໄຮລົງໄປທາງໃຕ້ປະມານ 100 ກິໂລແມັດ ມີລາຍງານການເກີດເຫດລະເບີດທີ່ໂຮງງານແຫ່ງໜຶ່ງ ຕັ້ງຢູ່ໃນເຂດຈຽງເປີຍ ເຊິ່ງເປັນເຂດອຸດສາຫະກຳ ເມື່ອຕອນເຊົ້າຂອງວັນອາທິດນີ້ຕາມເວລາທ້ອງຖິ່ນ ໂດຍແຮງລະເບີດສ້າງຄວາມເສຍຫາຍຢ່າງໜັກໃຫ້ກັບອາຄານຫຼາຍຫຼັງ ເຖິງຂັ້ນມີບາງສ່ວນພັງລົງມາ ແລະ ເບື້ອງຕົ້ນພົບຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບປະມານ 30 ຄົນ ເຊິ່ງເຈົ້າໜ້າທີ່ເລັ່ງນຳຜູ້ເຄາະຮ້າຍທັງໝົດສົ່ງໂຮງໝໍແລ້ວ.

ເຊິ່ງການລະເບີດຄັ້ງນີ້ ຍັງບໍ່ທັນຮູ້ສາເຫດທີ່ແນ່ນອນ ແລະ ກໍ່ຍັງບໍ່ໄດ້ລະບຸຢ່າງເປັນທາງການວ່າ ເປັນການລະເບີດຂອງແກັດຫຼືບໍ່.




No comments

Powered by Blogger.