ການປະທ້ວງທາງສາສະໜາ ທີ່ນະຄອນຫຼວງອິດສະລາມາບັດ ທະວີຄວາມຮຸນແຮງຂຶ້ນເລື້ອຍໆ - ອິດສະຫຼະ

ການປະທ້ວງທາງສາສະໜາ ທີ່ນະຄອນຫຼວງອິດສະລາມາບັດ ທະວີຄວາມຮຸນແຮງຂຶ້ນເລື້ອຍໆ



ສຳນັກຂ່າວຕ່າງປະເທດລາຍງານ 26 ພະຈິກ 2017 ວ່າ: ບັນຍາກາດຕາມຖະໝົນຫົນທາງຫຼາຍສາຍໃນນະຄອນຫຼວງອິດສະລາມາບັດ ຂອງປາກິດສະຖານ ຍັງທະວີຄວາມເຄັ່ງຕຶງຂຶ້ນເລື້ອຍໆ ໂດຍສະເພາະໃນເຂດຮອບນອກ ຈາກການທີ່ກຸ່ມນັກເຄື່ອນໄຫວທາງການເມືອງ ແລະ ສາສະໜາໃນນາມ "ເຕຣີກ-ອີ-ລາໄບ ຢາ ຣາຊູນ ອັນເລາະ ປາສິດສະຖານ" Tehreek-i-Labaik Yah Rasool Allah Pakistan (TLYRAP) ຍັງມີປະທະກັບເຈົ້າໜ້າທີ່ປາບປາມຈະລາຈົນຢ່າງດຸເດືອນເປັນໄລຍະໆ ຂະນະດຽວກັນຍັງມີການຈູດໄຟເຜົາທຳລາຍລົດ ແລະ ທຸບທຳລາຍຊັບສິນຂອງສາທາລະນະອີກດ້ວຍ.


ເຊິ່ງສະຖານະການການຊຸມນຸມຂອງກຸ່ມ TLYRAP ແມ່ນດ້ວຍຮູບການປັກຫຼັກຕັ້ງຄ້າຍພັກເຊົາຊົ່ວຄາວຕາມເສັ້ນທາງຕະຫຼອດໄລຍະ 2 ອາທິດທີ່ຜ່ານມາ ໄດ້ມາເຖິງຈຸດແຕກຫັກກັບພາກລັດເມື່ອວັນເສົາທີ່ຜ່ານມາ ເມື່ອມີຕຳຫຼວດປາບປາມຈະລາຈົນປະມານ 8,500 ຄົນ ກະຈາຍກຳລັງເພື່ອຂໍຄືນພື້ນທີ່ຈາກກຸ່ມຜູ້ປະທ້ວງຫຼາຍກວ່າໝື່ນຄົນ ເຊິ່ງລ້ວນແຕ່ມີແນວຄິດຂວາຈັດທາງສາສະໜາ ແລະ ການເມືອງ ຮຽກຮ້ອງໃຫ້ທ່ານ ຊາຮິດ ຮາມິດ ລາອອກຈາກຕຳແໜ່ງລັດຖະມົນຕີກະຊວງຍຸດຕິກຳ ຈາກການທີ່ທ່ານ ຮາມິດ ຕ້ອງການແກ້ໄຂກົດໝາຍການເລືອກຕັ້ງ ໃຫ້ຜູ້ສະໝັກຮັບເລືອກຕັ້ງຕ້ອງກ່າວຄຳສາບານຕົນດ້ວຍຖ້ອຍຄຳທີ່ກຸ່ມ TLYRAP ຕີຄວາມໝາຍວ່າເປັນການດູໝິ່ນສາສະໜາ.

ເຖິງແມ່ນວ່າຕອນນີ້ທ່ານ ຮາມິດ ຈະອອກມາຂໍໂທດຕໍ່ທຸກຝ່າຍ ແລະ ອ້າງເຫດຜົນວ່າເປັນຄວາມຜິດພາດໃນການຮ່າງເອກະສານ ແຕ່ໃນຂະນະດຽວກັນມີລາຍງານວ່າກຸ່ມຜູ້ປະທ້ວງພະຍາຍາມບຸກເຂົ້າໄປພາຍໃນເຮືອນຂອງທ່ານ ຮາມິດ ແຕ່ໂຊກດີທີ່ທ່ານ ຮາມິດ ແລະ ຄອບຄົວບໍ່ໄດ້ຢູ່ພາຍໃນເຮືອນຫຼັງດັ່ງກ່າວເມື່ອຕອນເກີດເຫດ.

ໃນດ້ານກະຊວງປ້ອງກັນຄວາມສະຫງົບຂອງປາກິດສະຖານອອກຖະແຫຼງການເຕືອນວ່າ ການປະທ້ວງທີ່ແກ່ຍາວແບບນີ້ ເປັນການກະທຳທີ່ຂັດຕໍ່ຄວາມສະຫງົບຮຽບຮ້ອຍ ແລະ ລັດຖະບານຈະໃຊ້ອຳນາດຕາມກົດໝາຍໃນການຂໍຄືນຄວາມສະຫງົບ ແຕ່ມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 230 ຄົນ ຈາກການປະທະກັນສະເພາະໃນນະຄອນຫຼວງອິດສະລາມາບັດ ນອກຈາກນີ້ຍັງມີການປະທະກັນລະຫວ່າງຕຳຫຼວດກັບປະຊາຊົນໃນເມືອງໃຫຍ່ອີກຫຼາຍແຫ່ງ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍສິບຄົນ.

ເຖິງຢ່າງໃດກໍ່ຕາມກອງທັບປາກິດສະຖານ ຍັງບໍ່ສະແດງທ່າທີຕໍ່ຄຳຮຽກຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ໃນການຄວບຄຸມສະຖານະການທີ່ບານປາຍເປັນການຈະລາຈົນໃນນະຄອນຫຼວງ ໂດຍຍັງບໍ່ມີການຕອບຮັບ ຫຼື ປະຕິເສດຢ່າງຊັດເຈນ.


No comments

Powered by Blogger.