ສັງຄົມເສື່ອມເພາະຄົນຊາມ ຢຸດແຊຣ໌ຢຸດສົ່ງເສີມ - ອິດສະຫຼະ

ສັງຄົມເສື່ອມເພາະຄົນຊາມ ຢຸດແຊຣ໌ຢຸດສົ່ງເສີມ



ປັດຈຸບັນ "ໂລກອອນລາຍ" ຖືເປັນປັດໄຈໜຶ່ງໃນການດຳລົງຊີວິດໄປແລ້ວ ໃນເມື່ອມັນຖືປຽບທຽບວ່າເປັນ "ໂລກ" ຍ່ອມມີທັງສິ່ງທີ່ດີ ແລະ ຊົ່ວຊາມຕາມລັກສະນະທີ່ປາກົດໃນໂລກຕົວຈິງ, ໂດຍສະເພາະບັນຫາທີ່ຈະຍົກຂຶ້ນມາເວົ້າໃນມື້ນີ້ກໍ່ຄື: "ສາຍໂຊ ໂຊຊ້ຽວ" ເຊິ່ງຄົນກຸ່ມນີ້ຈັດຢູ່ໃນພວກທີ່ບໍ່ມີຄວາມລະອາຍແກ່ໃຈແລ້ວ ຈຶ່ງມີຄວາມກ້າຫານທີ່ຈະສະແດງສ່ວນລີ້ລັບຂອງຮ່າງກາຍແກ່ສາທາລະນະ.

ໂດຍສິ່ງໜຶ່ງທີ່ເປັນຕົວຍຸຍົງສົ່ງເສີມກໍ່ຄື "ຄວາມຢາກດັງ" ເຖິງຈະເປັນໃນດ້ານລົບກໍ່ຕາມ ເພາະສັງຄົມປັດຈຸບັນນີ້ "ມືຖືສາກປາກຖືສິນ" ຄົນດ່າກໍ່ຫຼາຍ ຄົນຢາກເບິ່ງກໍ່ຫຼາຍ ດັ່ງນັ້ນ, ຈຸດນີ້ຈຶ່ງເປັນສິ່ງທີ່ລະອຽດອ່ອນ ຝ່າຍທີ່ດ່າກໍ່ເພາະອາດຈະຂັດຫູຂັດຕາ ເລີຍແຊຣ໌ໃຫ້ຝ່າຍດຽວກັນລຸ່ມດ່າຊ່ວຍ ແຕ່ການກະທຳແບບນັ້ນທ່ານຮູ້ບໍ່ວ່າມັນເປັນສິ່ງທີ່ "ຜິດ" ຍິ່ງແຊຣ໌ອອກໄປຫຼາຍເທົ່າໃດ ຄົນກໍ່ຍິ່ງເຫັນຫຼາຍເທົ່ານັ້ນ ຄົນທີ່ເຫັນອາດຈະມີທັງຜູ້ມັກ (ຜູ້ເສບສົມ) ແລະ ຜູ້ບໍ່ມັກ ແລະ ເຮັດໃຫ້ເກີດມີກົດການຕິດຕາມບຸກຄົນດັ່ງກ່າວຈາກຜູ້ທີ່ມັກ ແລະ ເສບສົມຫຼາຍຂຶ້ນເລື້ອຍໆ ຈຸດນີ້ທີ່ເປັນຕົວກະຕຸ້ນໃຫ້ກັບຄົນພວກນັ້ນສະແດງພຶດຕິກຳດັ່ງກ່າວນັບມື້ນັບຫຼາຍຂຶ້ນ.

ບາງຄົນອາດຈະຄິດວ່າ "ແຊຣ໌" ອອກໄປຫຼາຍໆ ໃຫ້ຄົນເຫັນຫຼາຍໆ ໃຫ້ມັນອາຍບໍ່ມີແຜ່ນດິນຢູ່ ແຕ່ມັນຄົງບໍ່ເປັນແບບນັ້ນດອກ ເພາະຖ້າບຸກຄົນດັ່ງກ່າວມີຄວາມລະອາຍ ຈະບໍ່ມີທາງກະທຳໄດ້ແບບນັ້ນ ສູ່ສາທາລະນະ ແຕ່ມັນຫາກເປັນຄວາມຕັ້ງໃຈກະທຳເພາະຢາກ "ດັງ".

ດັ່ງນັ້ນ, ຖ້າຫາກວ່າທ່ານຄິດວ່າມັນບໍ່ດີບໍ່ຄວນ ກໍ່ລອງພິຈາລະນາຄືນເບິ່ງວ່າ ການແຊຣ໌ສິ່ງດັ່ງກ່າວມັນເໝາະສົມຫຼືບໍ່, ມັນຄຸ້ມຄ່າທີ່ເຮົາຈະໄປໃຫ້ຄວາມສຳພັນກັບຄົນພວກນັ້ນຫຼືບໍ່ ແລະ ສິ່ງທີ່ໜ້າເປັນຫ່ວງຖ້າແຊຣ໌ອອກໄປຫຼາຍໆ ຍິ່ງຈະເປັນຕົວຢ່າງອັນບໍ່ດີ ໃຫ້ກຸ່ມຄົນທີ່ບໍ່ຮູ້ຈັກລະອາຍມີພຶດຕິກຳຮຽນແບບນັບມື້ນັບຫຼາຍຂຶ້ນ ເພາະ "ສັງຄົມສົ່ງເສີມ" ໂດຍບໍ່ຮູ້ຕົວ.


No comments

Powered by Blogger.