ສາວງາມຈາກປະເທດອາຟຣິກາໃຕ້ ໄດ້ຕຳແໜ່ງນາງງາມຈັກກະວານປະຈຳປີ 2017 ໄປຄອງ - ອິດສະຫຼະ

ສາວງາມຈາກປະເທດອາຟຣິກາໃຕ້ ໄດ້ຕຳແໜ່ງນາງງາມຈັກກະວານປະຈຳປີ 2017 ໄປຄອງ



ຈົບໄປແລ້ວກັບການປະກວດ Miss Universe 2017 ຫຼື ນາງງາມຈັກກະວານ ທີ່ລັສ ເວກັສ ປະເທດສະຫະລັດ ອາເມຣິກາ ໃນຄ່ຳຄືນຂອງວັນທີ 26 ພະຈິກ 2017 ຕາມເວລາທ້ອງຖິ່ນ, ປີນີ້ຖືເປັນປີທີ 66 ຂອງການປະກວດແລ້ວ ໂດຍມີສາວງາມຈາກ 92 ປະເທດ ແລະ ເຂດແດນເຂົ້າຮ່ວມປະກວດ, ໃນປີນີ້ ສປປ.ລາວ ກໍ່ໄດ້ສົ່ງສາວງາມເຂົ້າຮ່ວມປະກວດ ແລະ ຖືເປັນປີທຳອິດຂອງວົງການນາງງາມລາວ ທີ່ໄດ້ສົ່ງຕົວແທນຂຶ້ນສູ່ເວທີລະດັບສາກົນ ໂດຍຕົວແທນຂອງສາວລາວແມ່ນ ນາງ ສຸພາພອນ ສົມວິຈິດ.


ຈາກຜົນປະການປະກວດ ສາວງາມທີ່ໄດ້ຮັບຕຳແໜ່ງນາງງາມຈັກປະວານເປັນຂອງສາວງາມຈາກປະເທດອາຟຣິກາໃຕ້ ນາງ Demi-Leigh Nel-Peters, ຮອງອັນດັບໜຶ່ງແມ່ນສາວງາມຈາກປະເທດໂກໂລມບີ ນາງ Laura González ແລະ ຮອງອັນດັບສອງແມ່ນສາວງາມຈາກປະເທດຈາໄມກາ ນາງ Davina Bennett, ສ່ວນລາງວັນຊຸດປະຈຳຊາດດີເດັ່ນຕົກເປັນຂອງຍີ່ປຸ່ນ.



No comments

Powered by Blogger.