ອິນໂດເນເຊຍອົບພະຍົບປະຊາຊົນ 100,000 ຄົນໜີພູໄຟລະເບີດ - ອິດສະຫຼະ

ອິນໂດເນເຊຍອົບພະຍົບປະຊາຊົນ 100,000 ຄົນໜີພູໄຟລະເບີດ



ສຳນັກຂ່າວຕ່າງປະເທດລາຍງານ 27 ພະຈິກ 2017 ວ່າ: ທ່ານ ຊູໂຕໂປ ເປີໂວ ນູໂກຼໂຮ ໂຄສົກສຳນັກງານໄພພິບັດແຫ່ງຊາດຂອງອິນໂດເນເຊຍ ຖະແຫຼງວ່າຄຳສັ່ງຂະຫຍາຍລັດສະໝີອັນຕະລາຍບໍລິເວນຮອບພູໄພ "ອາກຸງ" (Agung) ຈາກ 7.5 ກິໂລແມັດ ເປັນ 10 ກິໂລແມັດ ຕາມການຍົກລະດັບເຕືອນໄພຈາກ 3 ເປັນ 4 ຫຼື "ສີແດງ" ເຊິ່ງເປັນຂັ້ນສູງສຸດນັ້ນ ຄອບຄຸມໝູ່ບ້ານ 22 ແຫ່ງຈາກຈຸດສູນກາງຂອງພູໄຟ ແລະ ໝາຍຄວາມວ່າຕ້ອງມີການອົບພະຍົບປະຊາຊົນ 90,000 ຄົນ ເຖິງ 100,000 ຄົນ ອອກຈາກເຂດດັ່ງກ່າວ ໂດຍເຈົ້າໜ້າທີ່ໄດ້ອົບພະຍົບປະຊາຊົນອອກມາແລ້ວ 40,000 ຄົນ ແຕ່ທີ່ເຫຼືອສະໝັກໃຈຍັງບໍ່ຂໍອົບພະຍົບ ເພື່ອລໍຖ້າປະເມີນສະຖານະການອີກໄລຍະໜຶ່ງກ່ອນ ແລະ ມີອີກຈຳນວນບໍ່ໜ້ອຍທີ່ບໍ່ຕ້ອງການປ່ອຍປະບ້ານເຮືອນ ແລະ ໄຮ່ນາ ເຊິ່ງລວມທັງສັດລ້ຽງ ເພາະຄວາມເປັນຫ່ວງ.


ເຖິງຢ່າງໃດກໍ່ຕາມໂຄສົກຂອງສຳນັກງານໄພພິບັດແຫ່ງຊາດກ່າວວ່າ ເຈົ້າໜ້າທີ່ອາດຕ້ອງໃຊ້ມາດຕະການຂັ້ນເດັດຂາດ ໃນການອົບພະຍົບປະຊາຊົນທັງໝົດ ຫາກສະຖານະການຮຸນແຮງເຖິງຂີດສຸດ ດ້ານກະຊວງຄົມມະນາຄົມຂອງອິນໂດເນເຊຍໄດ້ຈັດຫາລົດເມປະມານ 100 ຄົນ ໄປຍັງສະໜາມບິນນານາຊາດງູຣະໄຣ ເພື່ອອົບພະຍົບປະຊາຊົນອອກຈາກສະໜາມບິນ ເຊິ່ງສ່ວນໃຫຍ່ເປັນນັກທ່ອງທ່ຽວຕ່າງປະເທດ ໂດຍລັດຖະບານໄດ້ສັ່ງໃຫ້ປິດສະໜາມບິນຫຼັກຂອງເກາະບາຫຼີ ຢ່າງໜ້ອຍ 24 ຊົ່ວໂມງ ຫຼັງພົບວ່າເຖົ່າຖ່ານຈາກພູໄຟເລີ່ມປົກຄຸມລານແລ່ນ.

ເຊິ່ງການປິດສະໜາມເງິນງູຣະໄຣເປັນເວລາຢ່າງໜ້ອຍ 1 ວັນໄດ້ສົ່ງຜົນກະທົບຕໍ່ຖ້ຽວບິນແລ້ວ 445 ຖ້ຽວທັງເສັ້ນທາງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ໂດຍສານປະມານ 59,000 ຄົນໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນຄັ້ງນີ້ ໃນເວລາດຽວກັນກະຊວງຄົມມະນາຄົມອິນໂດເນເຊຍໄດ້ປະສານງານກັບສະໜາມບິນ 5 ແຫ່ງ ເຊິ່ງລວມເຖິງສະໜາມບິນຊາງຮີຂອງສິງຄະໂປ ໃນການອຳນວຍຄວາມສະດວກໃຫ້ກັບຖ້ຽວບິນທີ່ຕ້ອງປ່ຽນເສັ້ນທາງແລ້ວ.

ພູໄຟອາກຸງ ເຊິ່ງເປັນໜຶ່ງໃນພູໄຟຫຼາຍກວ່າ 130 ໜ່ວຍໃນອິນໂດເນເຊຍ ກັບມາມີພະລັງ ແລະ ສົ່ງສັນຍານຂອງການລະເບີດເປັນຄັ້ງທຳອິດໃນຮອບ 54 ປີ ເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ ເຊິ່ງເປັນຜົນມາຈາກແຜ່ນດິນໄຫວຂະໜາດຄ່ອຍ ແລະ ປານກາງຫຼາຍຄັ້ງໃນເຂດດັ່ງກ່າວ ຈົນຕ້ອງມີການອົບພະຍົມປະຊາຊົນຫຼາຍກວ່າ 140,000 ຄົນ ແລະ ຈົນເຖິງຕອນນີ້ປະມານ 25,000 ຄົນຍັງບໍ່ສາມາດກັບທີ່ຢູ່ອາໄສໄດ້ ສ່ວນໃຫຍ່ເປັນປະຊາຊົນທີ່ອາໄສຢູ່ບໍລິເວນຕີນພູໄຟ ໂດຍພູໄຟອາກຸງເຄີຍປະເບີດຢ່າງຮຸນແຮງໃນປີ 1963 ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນ.

No comments

Powered by Blogger.