ລັດເຊຍ ຍົກເວັ້ນວີຊາ ໃຫ້ແກ່ພົນລະເມືອງຂອງ ສປປ.ລາວ ເລີ່ມ 2 ທັນວາ - ອິດສະຫຼະ

ລັດເຊຍ ຍົກເວັ້ນວີຊາ ໃຫ້ແກ່ພົນລະເມືອງຂອງ ສປປ.ລາວ ເລີ່ມ 2 ທັນວາ



ສຳນັກຂ່າວສານປະເທດລາວລາຍງານ 27 ພະຈິກ 2017 ວ່າ: ກະຊວງການຕ່າງປະເທດໄດ້ອອກແຈ້ງການ ເລື່ອງການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນທຳມະດາລະຫວ່າງ ສປປ.ລາວ ແລະ ລັດເຊຍ.

ສັນຍາວ່າດ້ວຍການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນທຳມະດາລະຫວ່າງ ສປປ.ລາວ ແລະ ລັດເຊຍ ທີ່ໄດ້ລົງນາມໃນວັນທີ 8 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ, ມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ທັນວາ 2017 ເປັນຕົ້ນໄປ, ເຊິ່ງມີເນື້ອໃນສຳຄັນດັ່ງລຸ່ມນີ້:

1. ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ມີອາຍຸນຳໃຊ້ໄດ້ ແລະ ບໍ່ມີຈຸດປະສົງໄປເຄື່ອນໄຫວວຽກເຮັດງານທຳ, ສຶກສາຢູ່ຕາມສະຖາບັນການສຶກຕ່າງໆ ຫຼື ດຳລົງຊີວິດຢູ່ແບບຖາວອນໃນດິນແດນຂອງຄູ່ສັນຍາ, ສາມາດເດີນທາງເຂົ້າ-ອອກ, ພັກເຊົາ ຫຼື ຜ່ານດິນແດນຂອງອີກຝ່າຍໜຶ່ງໃນໄລຍະກຳນົດເວລາ 30 ວັນ ໂດຍບໍ່ຈຳເປັນຂໍວີຊາ.

2. ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ບໍ່ໄດ້ລະບຸໃນຂໍ້ 1 ຈະຕ້ອງໄດ້ຂໍວີຊາເພື່ອເດີນທາງເຂົ້າໄປໃນດິນແດນຂອງຄູ່ສັນຍາ.

3. ໄລຍະກຳນົດຂອງການພັກເຊົາສຳລັບບຸກຄົນ ຢູ່ໃນດິນແດນຂອງຄູ່ສັນຍາທີ່ລະບຸໄວ້ໃນຂໍ້ 1 ສູງສຸດບໍ່ເກີນ 90 ວັນ ໃນໄລຍະເວລາ 180 ວັນ.

No comments

Powered by Blogger.