(ວິດີໂອ) ສະເທືອນໃຈ ເດັກນ້ອຍຈີນ ລັກຂຶ້ນກ້ອງລົດໂດຍສານ ເພື່ອຕາມຫາພໍ່ແມ່ - ອິດສະຫຼະ

(ວິດີໂອ) ສະເທືອນໃຈ ເດັກນ້ອຍຈີນ ລັກຂຶ້ນກ້ອງລົດໂດຍສານ ເພື່ອຕາມຫາພໍ່ແມ່



ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ: ເມື່ອວັນທີ 23 ພະຈິກ 2017 ທີ່ຜ່ານມາ ທີ່ເມືອງໄປເຊີ ມົນທົນກວາງຊີ ມີລາຍງານວ່າພົບເດັກນ້ອຍນັກຮຽນຊັ້ນປະຖົມ 2 ຄົນລັກໜີອອກຈາກໂຮງຮຽນທີ່ເມືອງຊີຫຼິນ ເພື່ອອອກຕາມຫາພໍ່ແມ່ທີ່ເດີນທາງໄປເຮັດວຽກຕ່າງເມືອງ ໂດຍລີ້ຢູ່ກ້ອງລົດໂດຍສານປະຈຳທາງໄລຍະໄກ ເດັກນ້ອຍທັງສອງລີ້ຢູ່ກ້ອງລົດເປັນໄລຍະທາງກວ່າ 80 ກິໂລແມັດຈົນມາຮອດເມືອງໄປເຊີ.

ເຊິ່ງເຫດທີ່ເກີດຂຶ້ນເພາະພີ່ນ້ອງຂອງເດັກນ້ອຍທັງ 2 ຕົວະວ່າພໍ່ແມ່ຂອງເຂົາເຈົ້າໄປເຮັດວຽກຢູ່ເມືອງໄປເຊີ ໂດຍມີເຈດຕະນາດີບໍ່ຢາກໃຫ້ເຂົາເຈົ້າຮູ້ສຶກວ່າພໍ່ແມ່ໄປຢູ່ໄກ ແຕ່ຄວາມເປັນຈິງແລ້ວພໍ່ແມ່ຂອງເຂົາເຈົ້າໄປເຮັດວຽກຢູ່ມົນທົນກວາງຕົງ.

ພາຍຫຼັງຕົກເປັຂ່າວກໍ່ໄດ້ມີການຕິດຕໍ່ໄປຍັງເຈົ້າໜ້າທີ່ລັດທ້ອງຖິ່ນຂອງເມືອງຊີຫຼິນ ແລະ ໃຫ້ຮູ້ວ່າຄົນໃນຄອບຄົວມາຮັບຕົວເດັກນ້ອຍທັງສອງກັບແລ້ວ ແລະ ກັບໄປຮຽນຕາມປົກກະຕິຢ່າງປອດໄພ.

ພາຍຫຼັງທີ່ເຫດການດັ່ງກ່າວຖືກເຜີຍແຜ່ອອກໄປ ເຮັດໃຫ້ຊາວໂລກອອນລາຍຈີນວິພາກວິຈານເຖິງເລື່ອງນີ້ຢ່າງກວ້າງຂວາງ ສ້າງຄວາມສະເທືອນໃຈໃຫ້ແກ້ຜູ້ທີ່ພົບເຫັນເປັນຢ່າງຍິ່ງ ບາງຄົນກ່າວວ່າ ມີເດັກຫຼາຍຄົນໃນຈີນທີ່ຕ້ອງຫ່າງໄກຈາກພໍ່ແມ່ຕັ້ງແຕ່ອາຍຸຍັງນ້ອຍໆ ພ້ອມຕັ້ງຄຳຖາມວ່າ ຕອນນີ້ໃຜເບິ່ງແຍງເດັກນ້ອຍເຫຼົ່ານີ້ ບາງຄົນອາດຢູ່ກັບພີ່ນ້ອງ ບາງຄົນອາດເຖິງຂັ້ນຕ້ອງຢູ່ຕາມລຳພັງ ມີການຮຽກຮ້ອງວ່າຄວນໃຫ້ຄວາມສຳຄັນກັບເດັກນ້ອຍຫຼາຍກວ່ານີ້ ລວມທັງຈະແກ້ໄຂບັນຫາເຫຼົ່ານີ້ແບບນີ້.


No comments

Powered by Blogger.