ທະຫານລະດັບສູງຂອງຈີນ ແຂວນຄໍຕາຍ ພາຍຫຼັງຖືກສືບສວນເລື່ອງການສໍ້ລາດບັງຫຼວງ - ອິດສະຫຼະ

ທະຫານລະດັບສູງຂອງຈີນ ແຂວນຄໍຕາຍ ພາຍຫຼັງຖືກສືບສວນເລື່ອງການສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກ 2017 ໂດຍອ້າງອີງຈາກລາຍງານຂອງສຳນັກຂ່າວຊິນຫົວຂອງຈີນວ່າ ພົນເອກ ຈາງ ຢາງ ອະດີດສະມາຊິກຄະມະກຳມາທິການທະຫານກາງ (CMC) ເຖິງແກ່ກຳຈາກການ "ຂ້າຕົວຕາຍ" ດ້ວຍການແຂວນຄໍ ພາຍໃນເຮືອນຂອງທ່ານເອງ ເຊິ່ງຕັ້ງຢູ່ໃນນະຄອນຫຼວງປັກກິ່ງ ເມື່ອວັນພະຫັດທີ 23 ພະຈິກ 2017 ທີ່ຜ່ານມາ ລວມອາຍຸໄດ້ 66 ປີ.

ເຊິ່ງເຫດການນີ້ເກີດຂຶ້ນໃນຂະນະທີ່ພົນເອກ ຈາງ ຖືກສືບສວນມາຕັ້ງແຕ່ທ້າຍເດືອນສິງຫາ ທີ່ຜ່ານມາ ຖານລະເມີດວິໄນຮ້າຍແຮງ ເຊິ່ງລວມເຖິງການສົງໄສວ່າ "ຮັບ ແລະ ຈ່າຍສິນບົນ" ທີ່ກ່ຽວຂ້ອງກັບນາຍພົນອີກ 2 ຄົນ ເຊິ່ງຖືກປົດຈາກການເປັນສະມາຊິກພັກຄອມມູນິດຈີນ ແລະ ສະມາຊິກ CMC ລວມທັງຖືກສືບສວນຈາກຄະນະກຳມະການກາງກວດສອບວິໄນເຊັ່ນກັນຄື ພົນເອກ ກົ໋ວ ປໍຢົງ ອະດີດຮອງປະທານ CMC ເຊິ່ງສານພິພາກສາໃຫ້ຮັບໂທດຕິດຄຸກຕະຫຼອດຊີວິດເມື່ອປີທີ່ຜ່ານມາ ແລະ ພົນເອກ ຊູ່ ໄສໂຮວ ເຊິ່ງເຖິງແກ່ກຳດ້ວຍໂລກມະເຮັງເມື່ອປີ 2015.

ເຖິງແມ່ນວ່າລັດຖະບານ ແລະ ກອງທັບຈີນຍັງບໍ່ໄດ້ສະແດງທ່າທີກ່ຽວກັບກໍລະນີດັ່ງກ່າວຂອງທະຫານລະດັບສູງທັງ 3 ນາຍຢ່າງເປັນທາງການ ແຕ່ກໍລະນີທີ່ເກີດຂຶ້ນເປັນໄປຕາມຄຳປະກາດຕັ້ງແຕ່ເຂົ້າຮັບຕຳແໜ່ງເມື່ອປີ 2012 ຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ທີ່ຕ້ອງການປະຕິຮູບພັກຄອມມູນິດຈີນ ແລະ ກອງທັບ "ຄັ້ງຍິ່ງໃຫຍ່" ເພື່ອໃຫ້ມີຄວາມໂປ່ງໃສ ແລະ ປາສະຈາກການສໍ້ລາດບັງຫຼວງ ໂດຍນັບຈາກນັ້ນເປັນຕົ້ນມາສະມາຊິກພັກ ແລະ ທະຫານໃນກອງທັບຖືກປົດອອກຈາກຕຳແໜ່ງ ແລະ ຖືກສືບສວນແລ້ວປະມານ 1.5 ລ້ານຄົນ.




No comments

Powered by Blogger.