ລັດເຊຍປ່ອຍຈະຫຼວດ ລຳທີ 2 ຈາກສູນອະວະກາດໃນປະເທດທາງພາກຕາເວັນອອກໄກ - ອິດສະຫຼະ

ລັດເຊຍປ່ອຍຈະຫຼວດ ລຳທີ 2 ຈາກສູນອະວະກາດໃນປະເທດທາງພາກຕາເວັນອອກໄກ



ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກ 2017 ວ່າ: ຈະຫຼວດ Soyuz 2-1B ຂອງອົງການອະວະກາດລັດເຊຍ (Roscosmos) ຂຶ້ນສູ່ຟ້າຈາກຖານປ່ອຍຈະຫຼວດພາຍໃນສູນອະວະກາດວອສທອກນີ (Vostochny) ໃນພູມມິພາກອາມູ ທາງພາກຕາເວັນອອກໄກຂອງປະເທດ ເຊິ່ງມີຊາຍແດນຢູ່ໃກ້ກັບພູມມິພາກແມນຈູເຣຍຂອງຈີນ ເມື່ອເວລາ 14:41 ນາທີ ຕາມເວລາທ້ອງຖິ່ນ ເພື່ອສົ່ງດາວທຽມສຳຫຼວດສະພາບອາກາດໂລກ "Meteor-M No.2-1" ຂອງ Roscosmos ແລະ ດາວທຽມສື່ສານອີກ 18 ດວງ ຂອງໜ່ວຍງານລັດ ແລະ ບໍລິສັດເອກະຊົນຫຼາຍແຫ່ງ ທັງຈາກສະຫະລັດ ອາເມຣິກາ, ການາດາ, ຍີ່ປຸ່ນ, ນອກແວ, ເຢຍລະມັນ ແລະ ຊູແອດ.


ຂະນະທີ່ທ່ານ ເດີມີຕຣີ ເມດເວດເດບ ນາຍົກລັດຖະມົນຕີລັດເຊຍກ່າວເຖິງການສົ່ງຈະຫຼວດປ່ອຍດາວທຽມໃນຄັ້ງນີ້ວ່າ ຖືເປັນພັດທະນາການດ້ານອຸດສາຫະກຳອະວະກາດຄັ້ງສຳຄັນຂອງລັດເຊຍ ໂດຍຈະຫຼວດ Soyuz 2-1B  ຖືເປັນຈະຫຼວດລຳທີ 2 ທີ່ຂຶ້ນສູ່ຟ້າຈາກສູນອະວະກາດ Vostochny ຖືເປັນສູນອະວະກາດແຫ່ງທຳອິດທີ່ຕັ້ງຢູ່ໃນລັດເຊຍຢ່າງເປັນທາງການ ແລະ ເປີດດຳເນີນງານເມື່ອເດືອນເມສາ ປີທີ່ຜ່ານມາ ເນື່ອງຈາກຕະຫຼອດໄລຍະເວລາທີ່ຜ່ານມາ Roscosmos ຕ້ອງເຊົ້າເນື້ອທີ່ໃນເມືອງໄບໂດນູ ເຊິ່ງເປັນທະເລຊາຍຕັ້ງຢູ່ໃນພາກກາງຂອງກາຊັກສະຖານ ປະເທດທີ່ເປັນອະດີດສ່ວນໜຶ່ງຂອງສະຫະພາບໂຊວຽດ ເພື່ອຕັ້ງສູນອະວະກາດ ແລະ ຍັງໃຊ້ງານຈົນເຖິງປັດຈຸບັນນີ້ ໂດຍສ່ວນໃຫຍ່ເປັນການສົ່ງຈະຫຼວດລຳລຽງແຄັບຊູນບັນທຸກລູກເຮືອຂຶ້ນສູ່ສະຖານີອະວະກາດນານາຊາດ (ISS).




No comments

Powered by Blogger.