ລັດຮາວາຍ ຟື້ນຟູລະບົບເຕືອນໄພຂີປະນາວຸດ ສະໄໝສົງຄາມເຢັນ ຮັບມືຂີປະນາວຸດເກົາຫຼີເໜືອ - ອິດສະຫຼະ

ລັດຮາວາຍ ຟື້ນຟູລະບົບເຕືອນໄພຂີປະນາວຸດ ສະໄໝສົງຄາມເຢັນ ຮັບມືຂີປະນາວຸດເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກ 2017 ວ່າ: ສຳນັກງານບໍລິຫານຈັດການເຫດສຸກເສີນລັດຮາວາຍ ຂອງສະຫະລັດ ອາເມຣິກາ ເຜີຍແຜ່ປະກາດບໍລິການສາທາລະນະ (PSA) ລະບຸວ່າ: ຈະມີການທົດສອບສັນຍານໄຊເຣນໃນວັນທີ 1 ທັນວາ 2017 ນີ້ ແລະ ຈາກນັ້ນຈະທົດສອບໃນວັນລັດຖະການທຳອິດຂອງທຸກໆເດືອນ ຫາກປະຊາຊົນໄດ້ຍິນສຽງສັນຍານໄຊເຣນອກເໜືອຈາກເວລາດັ່ງກ່າວ ຄວນຫາບ່ອນຫຼົບໄພທັນທີ ໂດຍໃຫ້ຄິດວ່າຂີປະນາວຸດຈະໂຈມຕີເປົ້າໝາຍພາຍໃນເວລາ 12-15 ນາທີ.

ເຊິ່ງລະບົບສັນຍານເຕືອນໄພຈະດັງຂຶ້ນປະມານ 60 ວິນາທີ ຕາມຊຸມຊົນກວ່າ 400 ແຫ່ງຫົວເກາະຮາວາຍ ຕັ້ງແຕ່ເວລາ 11:45 ນາທີ ໃນວັນສຸກທີ່ຈະມາເຖິງນີ້.

ໂດຍຈາກຂໍ້ມູນຂອງໜ່ວຍງານຄວາມໝັ້ນຄົງເກາະຮາວາຍ ແນະນຳປະຊາຊົນວ່າ ຄວນກຽມສະຖານທີ່ສຳລັບຫຼົບໄພໃຫ້ຢູ່ໄດ້ດົນ 14 ວັນ ພ້ອມຢືນຢັນວ່າພົນລະເມືອງ 90% ຈະລອດຊີວິດຫາກມີການໂຈມຕີດ້ວຍຂີປະນາວຸດ.

ສຳລັບລະບົບເຕືອນໄພນິວເຄຼຍດັ່ງກ່າວ ທາງການຮາວາຍໄດ້ຍົກເລີກໃຊ້ງານໄປຕັ້ງແຕ່ຊຸມປີ 1980 ໄລຍະໃກ້ສິ້ນສຸດສົງຄາມເຢັນ.



No comments

Powered by Blogger.