ອະດີດຜູ້ນຳເກົາຫຼີໃຕ້ ປະຕິເສດຂຶ້ນສານຄະດີສໍ້ລາດບັງຫຼວງ ແຕ່ສານຈະດຳເນີນຄະດີຕາມປົກກະຕິ - ອິດສະຫຼະ

ອະດີດຜູ້ນຳເກົາຫຼີໃຕ້ ປະຕິເສດຂຶ້ນສານຄະດີສໍ້ລາດບັງຫຼວງ ແຕ່ສານຈະດຳເນີນຄະດີຕາມປົກກະຕິ



ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກ 2017 ວ່າ: ການພິຈາລະນາຄະດີສໍ້ລາດບັງຫຼວງຂອງອະດີດປະທານປະເທດເກົາຫຼີໃຕ້ ທ່ານ ນາງ ປາກ ກຶນ ເຮ ຈະດຳເນີນຕໍ່ໄປ ເຖິງແມ່ນວ່າທ່ານ ນາງ ຈະບໍ່ມາຂຶ້ນສານກໍ່ຕາມ ພາຍຫຼັງທີ່ທ່ານ ນາງ ປາກ ປະຕິເສດທີ່ຈະມາປາກົດຕົວຕໍ່ສານເມື່ອວັນທີ 27 ພະຈິກ ທີ່ຜ່ານມາ, ແຕ່ໃນວັນທີ 28 ພະຈິກນີ້ ທ່ານ ນາງ ປາກ ໄດ້ຍື່ນໜັງສືຕໍ່ສູນຄວບຄຸມຕົວວ່າ ບໍ່ສາມາດຂຶ້ນສານໄດ້ ເນື່ອງຈາກບັນຫາສຸຂະພາບ ຂະນະທີ່ສານຖະແຫຼງໃນມື້ນີ້ວ່າ ຍັງມີອີກຫຼາຍບັນຫາທີ່ຕ້ອງດຳເນີນການ ທັງການສືບປາກຄຳພະຍານ ແລະ ດ້ວຍເວລາທີ່ຈຳກັດ ເຮັດໃຫ້ສານບໍ່ສາມາດປ່ອຍໃຫ້ຄະດີຊັກຊ້າໄປໄດ້ຫຼາຍກວ່ານີ້.

ໃນດ້ານຂອງສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານວ່າ ທະນາຍຝ່າຍຈຳເລີຍເຊິ່ງໄດ້ຮັບການແຕ່ງຕັ້ງຈາກສານ ພະຍາຍາມຈະສືບປາກຄຳທ່ານ ນາງ ປາກ ຢູ່ສູນຄວບຄຸມຕົວ ແຕ່ທ່ານ ນາງ ປະຕິເສດທີ່ຈະພົບກັບທະນາຍເຫຼົ່ານັ້ນ ໂດຍມີລາຍງານວ່າ ທ່ານ ນາງ ປາກ ບໍ່ພໍໃຈຫຼາຍເພາະເມື່ອເດືອນທີ່ຜ່ານມາ ສານໄດ້ສັ່ງໃຫ້ມີການຂະຫຍາຍເວລາຄວບຄຸມຕົວທ່ານ ນາງ ອອກໄປອີກ 6 ເດືອນ.

ເຊິ່ງຄະດີຂອງອະດີດປະທານປະເທດເກົາຫຼີໃຕ້ໃນໄວອາຍຸ 65 ປີ ຄົນນີ້ແມ່ນ ມີການພົວພັນກັບຄວາມຜິດທາງອາຍາ ໂດຍໄອຍະການກ່າວຫາທ່ານ ນາງ ປາກວ່າ: ສົມຮູ້ຮ່ວມກິດກັບນາງ ຊະເວ ຊູນຊິນ ໝູ່ສະໜິດທີ່ຄົບຫາກັບມາດົນເຖິງ 40 ປີ ຮັບເງິນປະມານ 26 ລ້ານໂດລາສະຫະລັດ ຈາກຫຼາຍບໍລິສັດຂະໜາດໃຫຍ່ຂອງເກົາຫຼີໃຕ້ ໃນຮູບແບບຂອງສິນບົນ, ນອກຈາກນັ້ນທ່ານ ນາງ ປາກ ຍັງຖືກກ່າວຫາວ່າ ປ່ອຍປະໃຫ້ນາງ ຊະເວ ແຊກແຊງການບໍລິຫານປະເທດ.

ໂດຍທ່ານ ນາງ ປາກ ໄດ້ຂຶ້ນສານຄັ້ງທຳອິດໃນວັນທີ 23 ພຶດສະພາ ທີ່ຜ່ານມາ ພາຍຫຼັງທີ່ຖືກຄວບຄຸມຕົວເມື່ອວັນທີ 31 ມີນາ 2017 ຫຼັງຈາກທີ່ສານລັດຖະທຳມະນູນເກົາຫຼີໃຕ້ພິພາກສາຮັບຮອງມະຕິຖອດຖອນປະທານປະເທດຂອງສະພາແຫ່ງຊາດເກົາຫຼີໃຕ້ ເມື່ອວັນທີ 9 ທັນວາ 2016.

ຖືໄດ້ວ່າເປັນເລື່ອງທີ່ຕົກຕ່ຳຢ່າງໜ້າຕົກໃຈ ສຳລັບຜູ້ຍິງຄົນໜຶ່ງທີ່ເຄີຍຊະນະການເລືອກຕັ້ງປະທານປະເທດໃນປີ 2012 ດ້ວຍຄະແນນສຽງເໜືອຄູ່ແຂ່ງ (ທ່ານ ມູນ ແຈ-ອິນ ປະທານປະເທດຄົນປັດຈຸບັນ) ກວ່າ 1 ລ້ານຄະແນນ ແລະ ທ່ານ ນາງ ຍັງໄດ້ຮັບການສະໜັບສະໜູນຢ່າງແຮງກ້າຈາກປະຊາຊົນເກົາຫຼີໃຕ້ຝ່າຍອະນຸລັກນິຍົມ ທີ່ຍົກຍ້ອງອະດີດປະທານປະເທດທ່ານ ປາກ ຈຸງ-ຮີ ພໍ່ຂອງທ່ານ ນາງ ປາກ ວ່າເປັນຜູ້ນຳພາປະເທດໃຫ້ຫຼຸດພົ້ນຈາກຄວາມທຸກຍາກໃນຊຸມປີ 1960-1970.


No comments

Powered by Blogger.