ຮິບຄືນລາງວັນກຽດຕິຍົດທ່ານ ນາງ ຊູຈີ ເພາະປ່ອຍປະໃຫ້ເກີດຄວາມຮຸນແຮງຕໍ່ຊາວໂຣຮິງຢາ - ອິດສະຫຼະ

ຮິບຄືນລາງວັນກຽດຕິຍົດທ່ານ ນາງ ຊູຈີ ເພາະປ່ອຍປະໃຫ້ເກີດຄວາມຮຸນແຮງຕໍ່ຊາວໂຣຮິງຢາ



ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກ 2017 ວ່າ: ຖະແຫຼງການຂອງສະພາເມືອງອອກຟອດ (Oxford) ເມື່ອຄືນວັນຈັນທີ່ຜ່ານມາລະບຸວ່າ "ການທີ່ທ່ານ ນາງ ອອງ ຊານ ຊູຈີ ໄດ້ຮັບລາງວັນ Freedom of the City ໃນປີ 1997 ນັ້ນເພາະທ່ານ ນາງ ໄດ້ສະທ້ອນຄ່ານິຍົມຂອງເມືອງອອກຟອດ ທັງທາງດ້ານຄວາມອົດທົນອົດກັ້ນ ແລະ ຄວາມເປັນສາກົນ ແຕ່ໃນມື້ນີ້ພວກເຮົາໄດ້ດຳເນີນການໃນສິ່ງທີ່ບໍ່ເຄີຍມີມາກ່ອນ ໃນການຮິບຄືນລາງວັນກຽດຕິຍົດສູງສຸດຂອງເມືອງທີ່ມອບໃຫ້ແກ່ທ່ານ ນາງ ເນື່ອງຈາກທ່ານ ນາງ ຊູຈີ ບໍ່ກະທຳການໃດໆ ເຖິງແມ່ນວ່າຈະຮັບຮູ້ເຖິງການຖືກກົດຂີ່ຂູດຮີດຕໍ່ປະຊາຊົນກຸ່ມນ້ອຍຊາວໂຣຮິງຢາ".


ຖະແຫຼງການໄດ້ເຜີຍແຜ່ພາຍຫຼັງທີ່ມີການລົງມະຕິດ້ວຍສຽງທີ່ເປັນເອກະພາບໃນກອງປະຊຸມສະພາເມືອງອອກຟອດ ພ້ອມທັງກ່າວອີກວ່າ: "ຊື່ສຽງຂອງເມືອງອອກຟອດຕ້ອງເສື່ອມເສຍ ເພາະໃຫ້ກຽດຕໍ່ຜູ້ທີ່ບໍ່ກະທຳການໃດໆຕໍ່ຄວາມຮຸນແຮງ".

ນອກຈາກນີ້, ມະຫາວິທະຍາໄລ Oxford ທີ່ທ່ານ ນາງ ຊູຈີ ເຄີຍສຶກສາຢູ່ ກໍ່ໄດ້ປົດຮູບພາບຂອງທ່ານ ນາງ ລົງຈາກຝາຫ້ອງ ເມື່ອເດືອນກັນຍາ ທີ່ຜ່ານມາ.

ໃນອະດີດ, ທ່ານ ໄມເຄິນ ແອຣິສ ຄູ່ສົມລົດຜູ້ລ່ວງລັບຂອງທ່ານ ນາງ ຊູຈີ ຍັງເຄີຍເປັນອາຈານສອນວິຊາປະຫວັດສາດອາຊີ ໃນມະຫາວິທະຍາໄລ Oxford ແຫ່ງນີ້, ໂດຍທ່ານ ໄມເຄິນ ແລະ ທ່ານ ນາງ ຊູຈີ ໃຊ້ຊີວິດ ແລະ ລ້ຽງລູກຊາຍ 2 ຄົນຢູ່ໃນເມືອງນີ້.

ທ່ານ ນາງ ອອງ ຊານ ຊູຈີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ມົນຕີແຫ່ງລັດມຽນມາຄົນປັດຈຸບັນ (ຜູ້ນຳສູງສຸດຂອງມຽນມາດ້ານພຶດຕິໄນ) ເຈົ້າຂອງລາງວັນໂນເບວສາຂາສັນຕິພາບ ປີ 1991 ຖືກໂຈມຕີຢ່າງຮຸນແຮງຈາກປະຊາຄົມໂລກ ຈາກການທີ່ທ່ານ ນາງ ບໍ່ຍອມອອກມາປົກປ້ອງຢ່າງເຕັມຕົວຕໍ່ກໍລະນີຄວາມຮຸນແຮງທີ່ເກີດຂຶ້ນກັບຊາວໂຣຮິງຢາໃນປະເທດ, ທີ່ຕ້ອງອົບພະຍົບໜີຄວາມຮຸນແຮງອອກຈາກມຽນມາໄປຍັງປະເທດບັງກະລາເທດກວ່າ 600,000 ຄົນ.


No comments

Powered by Blogger.