ຜູ້ນຳສາສະໜາຄຼິສ ຢ້ຽມຢາມມຽນມາ ຮຽກຮ້ອງສັນຕິພາບແກ່ຊາວໂຣຮິງຢາ - ອິດສະຫຼະ

ຜູ້ນຳສາສະໜາຄຼິສ ຢ້ຽມຢາມມຽນມາ ຮຽກຮ້ອງສັນຕິພາບແກ່ຊາວໂຣຮິງຢາ



ສຳນັກຂ່າວຕ່າງປະເທດລາຍງານ 28 ພະຈິກ 2017 ວ່າ: ສົມເດັດພະສັນຕະປາປາຟຼານຊິສ ປະມຸກແຫ່ງຄຼິສຕະຈັກໂຣມັນຄາທໍລິກ ໄດ້ເດີນທາງຢ້ຽມຢາມມຽນມາ ແລະ ພົບປະກັບທ່ານ ນາງ ອອງ ຊານ ຊູຈີ ມົນຕີແຫ່ງລັດຂອງມຽນມາ (ຜູ້ນຳສູງສຸດດ້ານພຶດຕິໄນ) ເພື່ອປຶກສາຫາລືກ່ຽວກັບການລະເມີດສິດທິມະນຸດຊາວໂຣຮິງຢາ ເຊິ່ງເຮັດໃຫ້ມີຊາວໂຣຮິງຢາຕ້ອງລີ້ໄພໄປຍັງປະເທດບັງກະລາເທດກວ່າ 600,000 ຄົນ ແຕ່ສົມເດັດພະສັນຕະປາປາຟຼານຊິສ ໄດ້ຫຼີກລ້ຽງການໃຊ້ຄຳວ່າ "ໂຣຮິງຢາ" ພຽງແຕ່ລະບຸວ່າ ຄົນໃນມຽນມາຍັງຄົງທຸກທໍລະມານຈາກຄວາມຂັດແຍ່ງ.

ສົມເດັດພະສັນຕະປາປາຟຼານຊິສລະບຸວ່າ ອະນາຄົດຂອງມຽນມາຕ້ອງເກີດສັນຕິພາບທີ່ເກີດຈາກການເຄົາລົບກຽດສັກສີ ແລະ ສິດທິຂອງຄົນໃນສັງຄົມ, ເຄົາລົບຕໍ່ຄົນກຸ່ມນ້ອຍ ແລະ ເອກະລັກສະເພາະຂອງເຂົາເຈົ້າ, ເຄົາລົບຕໍ່ຫຼັກຄວາມເທົ່າທຽມ ແລະ ເຄົາລົບຫຼັກປະຊາທິປະໄຕທີ່ຈະໃຫ້ປະຊາຊົນທຸກກຸ່ມມີສ່ວນຮ່ວມຢ່າງເປັນທຳໃນການສ້າງຄວາມດີຮ່ວມກັນ.

ການຫຼີ້ກລ້ຽງໃຊ້ຄຳວ່າ "ໂຣຮິງຢາ" ເປັນໄປຕາມຄຳແນະນຳຂອງພະຄາດິນັນຂອງມຽນມາ ແລະ ຜູ້ຊ່ຽວຊານຫຼາຍຄົນກ່າວວ່າ ການໃຊ້ຄຳວ່າ "ໂຣຮິງຢາ" ອາດຈະເຮັດໃຫ້ຊາວພຸດໃນມຽນມາບໍ່ພໍໃຈ ຈົນເກີດຄວາມຂັດແຍ່ງລະຫວ່າງຊາດພຸດກັບຊາວຄຼິສ ທີ່ມີພຽງ 700,000 ຄົນ ຈາກປະຊາກອນມຽນມາທັງໝົດ 51 ລ້ານຄົນ.


ເຊິ່ງສົມເດັດພະສັນຕະປາປາຟຼານຊິສ ຈະຢ້ຽມຢາມມຽນມາເປັນເວລາ 4 ວັນ ໂດຍມີກຳນົດສຳຄັນຄືການເຂົ້າພົບເຈົ້າໜ້າທີ່ລະດັບສູງຂອງລັດຖະບານມຽນມາ ແລະ ກອງທັບຄື: ທ່ານ ຖິ່ນ ຈໍ ປະທານປະເທດມຽນມາ ແລະ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດກອງທັບມຽນມາ, ຂະນະທີ່ຫຼາຍຝ່າຍເຊື່ອວ່າບັນຫາສຳຄັນຂອງການປຶກສາຫາລືຍັງຄົງກ່ຽວຂ້ອງກັບສະຖານະການດ້ານສິດທິມະນຸດຂອງຊາວໂຣຮິງຢາ ແລະ ບັນຫາດ້ານຄວາມໝັ້ນຄົງ ແລະ ການພັດທະນາໃນລັດຍະໄຂ່.

ກ່ອນໜ້ານີ້ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາໄດ້ເປີດເຜີຍຜ່ານ facebook ສ່ວນຕົວວ່າ: ຂໍຢືນຢັນຕໍ່ສົມເດັດພະສັນຕະປາປາຟຼານຊິສວ່າ "ມຽນມາໃຫ້ອິດສະຫຼະພາບປະຊາຊົນໃນການນັບຖືສາສະໜາຢ່າງເຕັມທີ່".

ເຊິ່ງຫຼັງຈາກສຳເລັດການຢ້ຽມຢາມມຽນມາແລ້ວ ສົມເດັດພະສັນຕະປາປາຟຼານຊິສ ຈະເດີນທາງຢ້ຽມຢາມບັງກະລາເທດຕໍ່ໄປ ເຊິ່ງເປັນປະເທດທີ່ກ່ຽວຂ້ອງກັບກໍລະນີຂອງຊາວໂຣຮິງຢາໂດຍກົງ ແລະ ຫຼາຍທີ່ສຸດ ຈາກການທີ່ມີຊາວໂຣຮຮິງຢາຫຼາຍກວ່າ 600,000 ຄົນ ຫຼັ່ງໄຫຼລີ້ໄພໄປຍັງບັງກະລາເທດໃນຮອບໄລຍະເວລາພຽງ 3 ເດືອນທີ່ຜ່ານມາ, ເພື່ອຫຼົບໜີການສູ້ຮົບລະຫວ່າງກອງທັບມຽນມາກັບກຸ່ມຕິດອາວຸດໃນລັດຍະໄຂ່ ທີ່ກໍ່ຕົວຂຶ້ນເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ, ເຖິງຢ່າງໃດກໍ່ຕາມທັງສອງປະເທດໄດ້ລົງນາມຮ່ວມກັນໃນບັນທຶກຄວາມເຂົ້າໃຈ ເມື່ອອາທິດທີ່ຜ່ານມາວ່າ ຈະເລີ່ມຂະບວນການສົ່ງຊາວໂຣຮິງຢາຈາກບັງກະລາເທດກັບມຽນມາໃນອີກ 2 ເດືອນຕໍ່ໜ້າ.



No comments

Powered by Blogger.