ສານຫວຽດນາມຕັດສິນຄຸກ 14 ປີພົນລະເມືອງອາເມຣິກາ ຂໍ້ຫາປຸກປັ້ນຂະບວນການລົ້ມລ້າງອຳນາດລັດ - ອິດສະຫຼະ

ສານຫວຽດນາມຕັດສິນຄຸກ 14 ປີພົນລະເມືອງອາເມຣິກາ ຂໍ້ຫາປຸກປັ້ນຂະບວນການລົ້ມລ້າງອຳນາດລັດ



ສຳນັກຂ່າວຕ່າງປະເທດລາຍງານ 23​ ສິງຫາ 2018 ວ່າ: ສານນະຄອນໂຮຈິມິນ ປະເທດຫວຽດນາມ ມີຄຳຕັດສິນເມື່ອວັນພຸດ ທີ່ຜ່ານມາວ່າ: ພົນລະເມືອງອາເມຣິກາເຊື້ອສາຍຫວຽດນາມ 2 ຄົນຄື: ທ້າວ ເຈມ ຫງວຽນ ແລະ ນາງ ອັງເກວ ຟານ ມີຄວາມຜິດໃນຂໍ້ຫາພະຍາຍາມກະທຳການເພື່ອລົ້ມລ້າງອຳນາດລັດຖະບານ ເຊິ່ງເປັນພຶດຕິກຳຮ້າຍແຮງຢ່າງຍິ່ງ ຈຶ່ງໃຫ້ຮັບໂທດຕິດຄຸກເປັນເວລາ 14 ປີ ແລະ ໃຫ້ເນລະເທດອອກຈາກຫວຽດນາມທັນທີທີ່ຮັບໂທດຕິດຄຸກຄົບຕາມກຳນົດ, ຂະນະທີ່ຈຳເລີຍຮ່ວມອີກ 10 ຄົນເຊິ່ງເປັນປະຊາຊົນຫວຽດນາມທັງໝົດ ໄດ້ຮັບໂທດຕິດຄຸກໄປຕາມລະດັບໂທດໃນລະຫວ່າງ 5-11 ປີ, ໃນດ້ານຂອງສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງຮາໂນຍ ອອກຖະແຫຼງການເລື່ອງການໃຫ້ຄວາມຊ່ວຍເຫຼືອດ້ານກົງສຸນຕາມຄວາມເໝາະສົມແກ່ພົນລະເມືອງທັງສອງຄົນ.

ເຊິ່ງຖະແຫຼງການຂອງກະຊວງປ້ອງກັນຄວາມສະຫງົບຂອງຫວຽດນາມລະບຸວ່າ: ທ້າວ ເຈມ ຫງວຽນ ແລະ ນາງ ອັງເກວ ຟານ ເປັນສະມາຊິກຂອງອົງກອນຕໍ່ຕ້ານລັດຖະບານສັງຄົມນິຍົມຫວຽດນາມໃນຊື່ “ລັດຖະບານສະເພາະກິດແຫ່ງຊາດຫວຽດນາມ (PNGV)” ມີຖານປະຕິບັດການຢູ່ໃນລັດຄາລິຟໍເນຍ ຂອງສະຫະລັດ ອາເມຣິກາ ແລະ ມີອຸດດົມການສະໜັບສະໜູນຫວຽດນາມໃຕ້ ເຊິ່ງທັງສອງໄດ້ເດີນທາງເຂົ້າມາໃນຫວຽດນາມເມື່ອເດືອນກຸມພາ ປີທີ່ຜ່ານມາ ຮ່ວມກັນເຮັດໃບປິວໂຄສະນາຕໍ່ຕ້ານລັດຖະບານຫວຽດນາມຫຼາຍກວ່າ 4,000​ ໃບ, ມີແຜນຢຶດສະຖານີວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ແລະ ຢູ່ເບື້ອງຫຼັງການປຸກລະດົມໃຫ້ມີການໂຮມຊຸມນຸມໃນນະຄອນໂຮຈິມິນ ເມື່ອວັນທີ 30 ເມສາ ປີທີ່ຜ່ານມາ ເພື່ອລະນຶກເຖິງປະຕິບັດການຂອງແນວຮ່ວມປົດປ່ອຍແຫ່ງຊາດຫວຽດນາມໃຕ້ ຫຼື ຫວຽດກົງ ໃນການຢຶດນະຄອນໄຊງ່ອນ ເຊິ່ງກໍ່ຄືນະຄອນໂຮຈິມິນໃນປັດຈຸບັນ ເມື່ອວັນທີ 30 ເມສາ 1975 ອັນເປັນການທຳລາຍພາບລັກຂອງທ່ານ ປະທານໂຮ ຈິ ມິນ.

ເຊິ່ງລັດຖະບານຫວຽດນາມ ຍັງໄດ້ປະກາດຂຶ້ນບັນຊີດຳ PNGV ເປັນກຸ່ມກໍ່ການຮ້າຍ ເມື່ອເດືອນມັງກອນ 2018 ນີ້, ຂະນະທີ່ການຕັດສິນລົງໂທດໃຫ້ແກ່ພົນລະເມືອງອາເມຣິກາທັງສອງຄົນ ແລະ ພົນລະເມືອງຫວຽດນາມອີກ 10 ຄົນ ເກີດຂຶ້ນພຽງ 2​ ເດືອນ ພາຍຫຼັງທີ່ສານສູງນະຄອນໂຮຈິມິນມີຄຳຕັດສິນເມື່ອເດືອນມິຖຸນາ ທີ່ຜ່ານມາໃຫ້ສະມາຊິກ PNGV 15 ຄົນ ຮັບໂທດຕິດຄຸກລະຫວ່າງ 18 ເດືອນ ເຖິງ 16 ປີ ຖານຮ່ວມກັນວາງແຜນກຽມກໍ່ການຮ້າຍທີ່ສະໜາມບິນສາກົນເຕິນເຊິນເຫງິດ.



No comments

Powered by Blogger.