ສ.ອາເມຣິກາ ຟື້ນຟູກອງເຮືອທີ 2 ສະໄໝສົງຄາມເຢັນ ເພື່ອຮັບມືກັບອິດທິພົນຈີນ ແລະ ລັດເຊຍ - ອິດສະຫຼະ

ສ.ອາເມຣິກາ ຟື້ນຟູກອງເຮືອທີ 2 ສະໄໝສົງຄາມເຢັນ ເພື່ອຮັບມືກັບອິດທິພົນຈີນ ແລະ ລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 24 ສິງຫາ 2018 ວ່າ: ກອງທັບເຮືອສະຫະລັດ ອາເມຣິກາ ໄດ້ປະກາດສ້າງຕັ້ງ ກອງເຮືອທີ 2 ຢ່າງເປັນທາງການ ເມື່ອວັນພຸດທີ່ຜ່ານມາ, ເຊິ່ງກອງເຮືອທີ 2 ແມ່ນມີບົດບາດສຳຄັນໃນຍຸກສົງຄາມເຢັນ ຈາກປະຕິບັດການໃນເຂດນ່ານນ້ຳຕອນເໜືອຂອງມະຫາສະໝຸດອາກລັງຕິກ ລວມທັງການໃຫ້ການສະໜັບສະໜູນກອງທັບເຮືອສະຫະລັດ ອາເມຣິກາ ໃນເຂດທະເລເມດິເຕີເຣນຽນ.
ກອງເຮືອທີ 2 ສ້າງຕັ້ງຂຶ້ນຄັ້ງທຳອິດເມື່ອປີ 1950 ແລະ ຖືກຍຸບໃນປີ 2011 ດ້ວຍເຫດຜົນເພື່ອປະຢັດຄ່າໃຊ້ຈ່າຍຂອງກອງທັບເຮືອ ໃນຍາມທີ່ຄວາມເຄັ່ງຕຶງກັບລັດເຊຍໄດ້ຫຼຸດລົງ ກອງເຮືອນີ້ຍັງມີບົດບາດສຳຄັນໃນພາລະກິດສະກັດກັ້ນຂະບວນການຂີປະນາວຸດກູບາ ເມື່ອປີ 1962 ເມື່ອເຮືອໃນສັງກັດໄດ້ທຳການປິດລ້ອມ ເພື່ອຂັດຂວາງບໍ່ໃຫ້ເຮືອຂອງສະຫະພາບໂຊວຽດແລ່ນຜ່ານເຂົ້າໄປກູບາ.

ກອງເຮືອທີ 2 ທີ່ສ້າງຕັ້ງໃໝ່ ຈະຮັບຜິດຊອບພາລະກິດຂອງກອງທັບເຮືອສະຫະລັດ ອາເມຣິກາ ຕາມແນວຊາຍຝັ່ງຕາເວັນອອກຂອງປະເທດ ລວມທັງເຂດນ່ານນ້ຳຕອນເໜືອຂອງອາກລັງຕິກ.

ພົນເອກ ຈອນ ຣິຊາດສັນ ຜູ້ບັນຊາການກອງເຮືອຍຸດທະສາດ ກອງທັບເຮືອສະຫະລັດ ອາເມຣິກາ ກ່າວໃນລະຫວ່າງພິທີເປີດກອງເຮືອທີ 2 ເທິງເຮືອບັນທຸກຍົນ USS George H.W. Bush ວ່າ: ນີ້ຄືການຕອບສະໜອງຢ່າງແຮງກ້າຂອງສະຫະລັດ ອາເມຣິກາ ແລະ ກອງທັບເຮືອສະຫະລັດ ອາເມຣິກາ ຕໍ່ສິ່ງແວດລ້ອມດ້ານຄວາມໝັ້ນຄົງ, ກອງເຮືອທີ 2 ຈະເປັນຫົວຫອກໃນມະຫາສະໜຸດອາກລັງຕິກ ເພື່ອຮັກສາໄວ້ເຊິ່ງຄວາມເປັນມະຫາອຳນາດທາງທະເລຂອງອາເມຣິກາ ເຊິ່ງຈະນຳໄປສູ່ການຮັກສາຄວາມໝັ້ນຄົງ, ອິດທິພົນ ແລະ ຄວາມຈະເລີນຮຸ່ງເຮືອງຂອງສະຫະລັດ ອາເມຣິກາໃນທົ່ວໂລກ.

ຍຸດທະສາດປ້ອງກັນປະເທດແຫ່ງຊາດສະຫະລັດ ອາເມຣິກາ ພາຍໃຕ້ການນຳຂອງທ່ານ ໂດໂນ ທຣຳ ປະກາດໃຫ້ຈີນ ແລະ ລັດເຊຍເປັນໄພຄຸກຄາມຍິ່ງໃຫຍ່ທີ່ສຸດຂອງສະຫະລັດ ອາເມຣິກາ ໂດຍອ້າງວ່າ 2 ປະເທດນີ້ໄດ້ເພີ່ມທະວີຄວາມສາມາດທາງການທະຫານຢ່າງເຂັ້ມແຂງ ເຊິ່ງລວມໄປເຖິງການພັດທະນາອາວຸດທີ່ທັນສະໄໝເຊັ່ນ: ຂີປະນາວຸດຄວາມໄວເໜືອສຽງ ແລະ ຕໍປີໂດລຸ້ນໃໝ່ໆ.

ນອກເໜືອຈາກການຟື້ນຟູກອງເຮືອທີ 2 ແລ້ວ ກອງທັບເຮືອສະຫະລັດ ອາເມຣິກາ ຍັງໄດ້ສ້າງຕັ້ງສູນບັນຊາການໃໝ່ The Army Futures Command ຢ່າງເປັນທາງການເຊັ່ນກັນ ທີ່ເມືອງອອສຕິນ ລັດເທັກຊັສ ເພື່ອຄົ້ນຄວ້ານະວັດຕະກຳ ແລະ ກຽມຮັບມືອາວຸດແບບໃໝ່ໆ ທີ່ພັດທະນາໂດຍລັດເຊຍ ແລະ ຈີນ, ໜ່ວຍງານແຫ່ງນີ້ຈະມີນາຍພົນ 4 ດາວເປັນຜູ້ບັນຊາການ ແລະ ມີເຈົ້າໜ້າທີ່ໃນສັງກັດທັງທະຫານ ແລະ ພະນັກງານທົ່ວປະປະມານ 500 ຄົນ.



No comments

Powered by Blogger.