ກະບົດປາປົວທີ່ຕ້ອງການແຍກຕົວຈາກອິນໂດເນເຊຍ ຢຶດໝູ່ບ້ານ ຈັບປະຊາຊົນ 1,300 ຄົນເປັນຕົວປະກັນ - ອິດສະຫຼະ

ກະບົດປາປົວທີ່ຕ້ອງການແຍກຕົວຈາກອິນໂດເນເຊຍ ຢຶດໝູ່ບ້ານ ຈັບປະຊາຊົນ 1,300 ຄົນເປັນຕົວປະກັນ



ສຳນັກຂ່າວຕ່າງປະເທດລາຍງານ 10 ພະຈິກ 2017 ວ່າ: ຕຳຫຼວດທ້ອງຖິ່ນອິນໂດເນເຊຍຖະແຫຼງໃນວັນສຸກນີ້ວ່າ: ຊາວບ້ານປະມານ 1,300 ຄົນ ຖືກຈັບເປັນຕົວປະກັນ ໂດຍກຸ່ມຕິດອາວຸດທີ່ມີກຳລັງປະມານ 24 ຄົນ, ເຊິ່ງກຸ່ມນີ້ເປັນສະມາຊິກຂອງຂະບວນການປາປົວເສລີ (OPM) ທີ່ຈັບອາວຸດຕໍ່ສູ້ກັບເຈົ້າໜ້າທີ່ລັດມາຍາວນານ, ທາງການລະບຸວ່າ ຊາວບ້ານຖືກຫ້າມບໍ່ໃຫ້ເຂົ້າ ຫຼື ອອກຊຸມຊົນມາເປັນເວລາ 2 ມື້ແລ້ວ ແຕ່ເທົ່າທີ່ຜ່ານມາຍັງບໍ່ມີການທຳຮ້າຍຮ່າງກາຍເກີດຂຶ້ນ ຂະນະທີ່ທະຫານອິນໂດເນເຊຍຕິດອາວຸດໜັກປະມານ 700 ຄົນ ໄດ້ເຝົ້າ ແລະ ຕິດຕາມສະຖານະການຢ່າງໃກ້ຊິດ ແຕ່ຍັງບໍ່ກ້າທີ່ຈະບຸກໂຈມຕີເທື່ອ ເພາະເປັນຫ່ວງຄວາມປອດໄພຂອງປະຊາຊົນ ທີ່ອາດໄດ້ຮັບອັນຕະລາຍ.


ສ່ວນທີ່ປະເທດຟິລິບປິນ ເຈົ້າໜ້າທີ່ກອງທັບເປີດເຜີຍໃນວັນສຸກນີ້ເຊັ່ນກັນວ່າ: ກຸ່ມຕິດອາວຸດແນວຮ່ວມກຸ່ມ IS ຍິງທະຫານເສຍຊີວິດ 6 ຄົນ ແລະ ບາດເຈັບອີກ 4 ຄົນ ຢູ່ເກາະບາສິລັນ ພາກໃຕ້ຂອງປະເທດ ໂດຍດັກຊຸ້ມໂຈມຕີເມື່ອວັນພະຫັດທີ່ຜ່ານມາ ໃນລະຫວ່າງທີ່ກອງທັບໄດ້ເຄື່ອນພົນທະຫານປະຕິບັດການປາບປາມກຸ່ມກໍ່ການຮ້າຍ ແລະ ກຸ່ມຫົວຮຸນແຮງໄປຍັງເກາະບາສິລັນ ພາຍຫຼັງສິ້ນສຸດພາລະກິດປາບປາມກຸ່ມກະບົດເມົາເຕ ທີ່ຢຶດເມືອງມາຣາວີ ຢູ່ເກາະມິນດາເນົາເມື່ອເດືອນທີ່ຜ່ານມາ.

No comments

Powered by Blogger.