ທ່ານ ປູຕິນ ຢ້ຳເຖິງການຮ່ວມມືຂອງອາຊີ-ປາຊີຟິກ ແລະ ຢູເຣເຊຍ ໃນການປະຊຸມ APEC ທີ່ຫວຽດນາມ - ອິດສະຫຼະ

ທ່ານ ປູຕິນ ຢ້ຳເຖິງການຮ່ວມມືຂອງອາຊີ-ປາຊີຟິກ ແລະ ຢູເຣເຊຍ ໃນການປະຊຸມ APEC ທີ່ຫວຽດນາມ



ສຳນັກຂ່າວຕ່າງປະເທດລາຍງານ 10 ພະຈິກ 2017 ວ່າ: ສານຈາກທ່ານ ວະລາດີເມຍ ປູຕິນ ປະທານປະເທດລັດເຊຍ ເນື່ອງໃນວາລະການປະຊຸມສຸດຍອດຜູ້ນຳ APEC (ການຮ່ວມມືທາງເສດຖະກິດໃນພູມມິພາກອາຊີ-ປາຊີຟິກ) ຄັ້ງທີ 25 ທີ່ເມືອງດານັງ ປະເທດຫວຽດນາມ ລະຫວ່າງວັນທີ 10-11 ພະຈິກ 2017:

ການປະຊຸມສຸດຍອດເອເປັກນີ້ ເປັນໂອກາດອັນດີໃຫ້ປະເທດສະມາຊິກໄດ້ສື່ສານ ແລະ ປະສານງານໃນບັນຫາຕ່າງໆທັງໃນດ້ານເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ມະນຸດສະທຳ ລັດເຊຍມີຄວາມມຸ່ງໝັ້ນຕໍ່ການຮ່ວມມືເຊິ່ງກັນ ແລະ ກັນ ບົນພື້ນຖານຂອງຫຼັກການຄວາມເຫັນດີຮ່ວມກັນ, ຄວາມສະໝັກໃຈ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ຄວາມພ້ອມໃນການປະນີປະນອມໂດຍບໍ່ຄຳນຶງເຖິງສະພາວະທາງການເມືອງ ເຊິ່ງນີ້ຄື "ຈິດວິຍານຂອງຄວາມເປັນຮຸ້ນສ່ວນ" ຂອງເອເປັກ.

ໃນຖານະປະເທດໃຫຍ່ທີ່ສຸດຂອງຢູເຣເຊຍ (Eurasia) ເຊິ່ງມີເນື້ອທີ່ກວ້າງໃຫຍ່ໃນພູມມິພາກຕາເວັນອອກໄກທີ່ມີທ່າແຮງບົ່ມຊ້ອນ ລັດເຊຍໃຫ້ຄວາມສຳຄັນຕໍ່ຄວາມສຳເລັດໃນອະນາຄົດຂອງພູມມິພາກອາຊີ-ປາຊີຟິກ ເພື່ອໃຫ້ໝັ້ນໃຈວ່າການເຕີບໃຫຍ່ນັ້ນເປັນໄປໃນທິດທາງທີ່ຍືນຍົງ ແລະ ທົ່ວເຖິງ, ເຄື່ອງມືສຳຄັນໃນການບັນລຸເປົ້າໝາຍຄື ການເຊື່ອມໂຍງທາງເສດຖະກິດທີ່ມີປະສິດທິພາບ ຕັ້ງຢູ່ບົນພື້ນຖານຫຼັກການຂອງການເປີດກວ້າງ, ມີຜົນປະໂຫຍດຮ່ວມກັນ ແລະ ການເຄົາລົບຕໍ່ກົດໝາຍສາກົນຂອງອົງການການຄ້າໂລກ.

ລັດເຊຍສະໜັບສະໜູນແນວຄິດໃນການຈັດຕັ້ງເຂດການຄ້າເສລີອາຊີ-ປາຊີຟິກ ເຊິ່ງຖືເປັນເລື່ອງທີ່ໜ້າສົນໃຈໃນທາງປະຕິບັດ ທີ່ຈະຊ່ວຍສົ່ງເສີມຕະຫຼາດອາຊີ-ປາຊີຟິກທີ່ກຳລັງເຕີບໃຫຍ່ຢ່າງວ່ອງໄວ ໂດຍໃນຮອບ 5 ປີທີ່ຜ່ານມາ ສ່ວນແບ່ງເສດຖະກິດເອເປັກໃນການຄ້າຕ່າງປະເທດຂອງລັດເຊຍ ເພີ່ມຂຶ້ນຈາກ 23% ມາເປັນ 31% ແລະ ການສົ່ງອອກເພີ່ມຈາກ 17% ມາເປັນ 24%.

ໃນການສ້າງເຂດການຄ້າເສລີຂອງເອເປັກ ຄວນຄຳນຶງເຖິງຮູບແບບການລວມກຸ່ມທີ່ສຳຄັນຂອງອາຊີ-ປາຊີຟິກ ແລະ ຢູເຣເຊຍ ລວມເຖິງສະຫະພາບເສດຖະກິດຢູເຣເຊຍ ທີ່ເປັນການຮ່ວມມືລະຫວ່າງລັດເຊຍ, ອາກເມນີ, ເບລາຣຸດຊີ, ກາຊັກສະຖານ ແລະ ກຽກກິດສະຖານ ເຊິ່ງກຳລັງມີພັດທະນາການທີ່ໜ້າສົນໃຈ ແລະ ພ້ອມທີ່ຈະຮ່ວມມືກັບທຸກປະເທດ ແລະ ກຸ່ມປະເທດ ໂດຍຫວຽດນາມເປັນປະເທດທຳອິດທີ່ຈະສົງນາມໃນຂໍ້ຕົກລົງເຂດການຄ້າເສລີກັບສະຫະພາບເສດຖະກິດຢູເຣເຊຍ ເຮັດໃຫ້ການຄ້າຂອງລັດເຊຍເຕີບໃຫຍ່ຢ່າງໂດດເດັ່ນ ແລະ ມີຄວາມຫຼາກຫຼາຍ, ນອກຈາກຫວຽດນາມ ຍັງມີຄວາມຄືບໜ້າດ້ານການເຈລະຈາການຮ່ວມມືກັບຈີນ ແລະ ສິງກະໂປ ແລະ ມີຄວາມສົນໃຈຢ່າງຍິ່ງຕໍ່ກຸ່ມປະເທດອາຊຽນ.

ໃນສ່ວນຂອງການສ້າງຄວາມສຳພັນແບບຢູເຣເຊຍທີ່ຍິ່ງໃຫຍ່ ລັດເຊຍໃຫ້ຄວາມສົນໃຈໃນໂຄງການ "ໜຶ່ງເລວທາງ ໜຶ່ງເສັ້ນທາງ" ຂອງຈີນ ເຊິ່ງເປັນໂຄງການທີ່ຄວາມເຂົ້າກັບສະພາບການທາງເສດຖະກິດ ແລະ ເປັນພື້ນຖານຂອງການເຊື່ອມໂຍງທີ່ມີປະສິດທິພາບ ທີ່ມີຈຸດມຸ່ງໝາຍເພື່ອການພັດທະນາທີ່ຊັບຊ້ອນໃນດ້ານພື້ນຖານໂຄງລ່າງ ທັງດ້ານການຂົນສົ່ງ, ການສື່ສານ ແລະ ໂທລະຄົມມະນາຄົນ ແລະ ດ້ານພະລັງງານ.

ລັດເຊຍກຳລັງພະຍາຍາມປັບປຸງທ່າເຮືອ ແລະ ສະໜາມບິນໃນພູມມິພາກຕາເວັນອອກໄກ, ພັດທະນາເສັ້ນທາງລົດໄຟຂ້າມທະວີບ ແລະ ສ້າງແນວທໍ່ສົ່ງແກັດ ແລະ ນ້ຳມັນ ໂດຍມີຄວາມມຸ່ງໝັ້ນທີ່ຈະດຳເນີນໂຄງການທັງໃນລະດັບທະວິພາຄີ ແລະ ພະຫຸພາຄີ ເພື່ອເຊື່ອມໂຍງເສດຖະກິດ ແລະ ຕະຫຼາດເຊັ່ນ: ໂຄງການວົງແຫວນພະລັງງານລະຫວ່າງລັດເຊຍ ແລະ ປະເທດຕ່າງໆທີ່ລວມທັງຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຫຼື ໂຄງການເສັ້ນທາງຂົນສົ່ງລະຫວ່າງເກາະຊາຮາລິນຂອງລັດເຊຍ ແລະ ເກາະຮັອກໄກໂດຂອງຍີ່ປຸ່ນ ໂດຍມີຄວາມສົນໃຈເປັນພິເສດໃນການຮ່ວມກຸ່ມຂອງດິນແດນໄຊບີເຣຍ ແລະ ດິນແດນຕາເວັນອອກໄກ ເຂົ້າສູ່ລະບົບຄວາມສຳພັນທາງເສດຖະກິດຂອງກຸ່ມປະເທດອາຊີ-ປາຊີຟິກ.

ການພັດທະນາໃນພູມມິພາກຕາເວັນອອກໄກຂອງລັດເຊຍ ຖືເປັນຄວາມສຳຄັນອັນດັບທຳອິດຂອງປະເທດ ທັງການສ້າງຄວາມເຕີບໃຫຍ່, ການພັດທະນາດ້ານຊັບພະຍາກອນທຳມະຊາດ, ການສະໜັບສະໜູນອຸດສາຫະກຳທີ່ໃຊ້ເຕັກໂນໂລຊີຂັ້ນສູງ, ການລົງທຶນດ້ານຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ ລວມທັງການສ້າງສູນວິໄຈທີ່ມີປະສິດທິພາບໃນການແຂ່ງຂັນ ເຊິ່ງລັດເຊຍຫວັງເປັນຢ່າງຍິ່ງວ່າ ຄູ່ຄ່າໃນກຸ່ມເອເປັກຈະມີສ່ວນຮ່ວມໃນການດຳເນີນໂຄງການເຫຼົ່ານີ້.

ອີກຢ່າງໜຶ່ງທີ່ສຳຄັນເທົ່າທຽມກັນຄື ການມີສ່ວນຮ່ວມຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນການຮ່ວມກຸ່ມທາງເສດຖະກິດໃນເອເປັກ ລວມເຖິງການໃຫ້ການສະໜັບສະໜູນຜູ້ປະກອບການທາງທຸລະກິດທີ່ເປັນເພດຍິງ ແລະ ເຍົາວະຊົນທີ່ຢູ່ໃນຂັ້ນເລີ່ມຕົ້ນ ນອກຈາກນີ້ຍັງຕ້ອງຄຳນຶງເຖິງບັນຫາດ້ານມະນຸດສະທຳ ແລະ ການສົ່ງເສີມດ້ານວິທະຍາສາດ ແລະ ການສຶກສາໃນອະນາຄົດ ພາລະກິດທີ່ສຳຄັນ ແລະ ສອດຄ່ອງກັບຍຸກໂລກາພິວັດຄື ການຈັດຕັ້ງການຮ່ວມມືທີ່ມີປະສິດທິພາບ ເພື່ອສະໜັບສະໜູນແນວຄວາມຄິດໃໝ່ໆໃນເລື່ອງນີ້.

ລັດເຊຍຂໍສະເໜີການລິເລີ່ມທີ່ສຳຄັນໄດ້ແກ່: ການຮ່ວມກັນອອກກົດລະບຽບຂອງເສດຖະກິດດິຈິຕ້ອນ ແລະ ການຄ້າ ການປະສານງານກັນໃນດ້ານມາດຕະຖານເຕັກນິກແຫ່ງຊາດ, ການປະສານງານກັນຂອງຍຸດທະສາດສຳລັບການກໍ່ຕົວຂອງຕະຫຼາດທີ່ມີເຕັກໂນໂລຊີສູງ ແລະ ການສ້າງອຸປະກອນແນວຄິດດຽວກັນສຳລັບວຽກງານດ້ານດິຈິຕ້ອນ ເຊິ່ງຄວນເລີ່ມຕົ້ນໃນກອບການເຈລະຈາຂອງເອເປັກ ກ່ຽວກັບຄວາມໝັ້ນຄົງທາງດ້ານເຕັກໂນໂລຊີລະຫວ່າງປະເທດ ແລະ ການປ້ອງກັນໂປຣແກຣມຄອມພິວເຕີ.

ອີກໜຶ່ງຄວາມທ້າທາຍຂອງກຸ່ມປະເທດອາຊີ-ປາຊີຟິກຄື ການປ້ອງກັນ ແລະ ກຳຈັດຜົນກະທົບຈາກໄພພິບັດທາງທຳມະຊາດ, ອຸບັດຕິເຫດທີ່ເກີດຈາກມະນຸດ ແລະ ໂລກລະບາດ ລວມທັງບັນຫາຄວາມໝັ້ນຄົງທາງອາຫານ ເຊິ່ງຈຳເປັນຕ້ອງເປັນການຕອບສະໜອງຕໍ່ຄວາມຕ້ອງການທາງອາຫານຢ່າງມີຄຸນນະພາບ ໂດຍລັດເຊຍເປັນປະເທດຊັ້ນນຳຜູ້ສົ່ງອອກແນວພັນພືດ, ນ້ຳມັນປາ, ສິນຄ້າອື່ນໆ ແລະ ອາຫານ ເຊິ່ງເນັ້ນການເພີ່ມຜົນຜະລິດທາງການກະສິກຳ.

ດັ່ງທີ່ກ່າວຜ່ານມາແລ້ວນັ້ນ ລ້ວນເປັນບັນຫາທີ່ລັດເຊຍໃຫ້ຄວາມສຳຄັນໃນການປຶກສາຫາລືໃນການປະຊຸມຄັ້ງນີ້ ເຊິ່ງຫວັງວ່າຈະນຳໄປສູ່ການແກ້ໄຂບັນຫາ ລວມທັງສ້າງຄວາມສົມດຸນ ແລະ ການຈະເລີນເຕີບໃຫຍ່ທີ່ກົມກຽວຂອງພູມມິພາກ ໂດຍລັດເຊຍພ້ອມຢ່າງຍິ່ງທີ່ຈະເດີນໜ້າປະສານຄວາມຮ່ວມມືໃນເລື່ອງດັ່ງກ່າວ.

No comments

Powered by Blogger.