ຊຸດປະຈຳຊາດ Miss Universe Laos ກັບສະແສຕໍ່ຕ້ານຄວາມບໍ່ລົງຕົວຂອງເອກະລັກຄວາມເປັນລາວ - ອິດສະຫຼະ

ຊຸດປະຈຳຊາດ Miss Universe Laos ກັບສະແສຕໍ່ຕ້ານຄວາມບໍ່ລົງຕົວຂອງເອກະລັກຄວາມເປັນລາວ



ພາຍຫຼັງທີ່ກອງປະກວດ Miss Univers Laos ເປີດຕົວຊຸດປະຈຳຊາດທີ່ຈະໃຊ້ໃນການປະກວດ ປະຈຳປີ 2017 ທີ່ຈະຈັດຂຶ້ນໃນວັນທີ 26 ພະຈິກ 2017 ນີ້ ທີ່ປະເທດສະຫະລັດ ອາເມຣິກາ ໄດ້ບໍ່ພໍເທົ່າໃດຊົ່ວໂມງ ກໍ່ເກີດກະແສວິພາກວິຈານເຖິງການປະສົມປະສານທີ່ບໍ່ລົງຕົວຂອງການອອກແບບ ໃນສື່ສັງຄົມອອນລາຍເປັນວົງກວ້າງ, ຈົນກອງປະກວດຕ້ອງອອກມາຊີ້ແຈງຜ່ານໜ້າ Facebook ທາງການວ່າ: ໃນຖານະເຈົ້າຂອງໂຄງການ, ພວກເຮົາຮັບຮູ້ວ່າເປັນເລື່ອງຍາກ ທີ່ຈະອອກແບບມາໃຫ້ຖືກໃຈທຸກທ່ານທັງພາກລັດ, ສັງຄົມ, ຜູ້ອຸປະຖຳ ແລະ ອື່ນໆ ອາດຈະບໍ່ຖືກໃຈທ່ານໝົດຕາມທີ່ທ່ານມັກ ແລະ ຕ້ອງການ. ເຖິງຢ່າງໃດກໍ່ຕາມພວກເຮົາຂໍຂອບໃຈໃນຄຳຄິດເຫັນທີ່ຫຼາກຫຼາຍ ແລະ ຈະເອົາຄວາມຄິດເຫັນຂອງທ່ານເພື່ອໄປປັບປຸງໃນໂອກາດໜ້າ. ຫວັງຢ່າງຍິ່ງວ່າ ບັນດາທ່ານຈະໃຫ້ຄຳເຫັນໃນທາງສ້າງສັນ ແລະ ຄວາມມີມາລະຍາດອັນດີຂອງຄົນລາວ.

ເຊິ່ງຊຸດດັ່ງກ່າວອອກແບບໂດຍ: ນ້ຳເພັດ ຂາຍສົ່ງ-ຍ່ອຍ ປັກດິ້ງ ຫຼວງພະບາງ ໂດຍກອງປະກວດບອກວ່າ: "ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫຼວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີ"




No comments

Powered by Blogger.