ທະເລເລືອດ...! ປະມວນພາບເທດສະການການ "ລ່າປາວານ" ຢູ່ເກາະແຟໂຣ (ວິດີໂອ) - ອິດສະຫຼະ

ທະເລເລືອດ...! ປະມວນພາບເທດສະການການ "ລ່າປາວານ" ຢູ່ເກາະແຟໂຣ (ວິດີໂອ)



ເທດສະການການລ່າປາວານ ຫຼື ທີ່ມີຊື່ຮຽກວ່າ grindadráp ເຊິ່ງຈະເກີດຂຶ້ນໃນຊ່ວງລະດູຮ້ອນ ທີ່ເກາະແຟໂຣ ປະເທດດານມາກ ທີ່ໄດ້ຮັບການອະນຸຍາດໃຫ້ລ່າ ໂດຍບໍ່ຜິດກົດໝາຍ.

ເຂົາເຈົ້າຈະໃຊ້ຫອກທີ່ເຮັດຂຶ້ນມາໂດຍສະເພາະໃນການລ່າປາວານ ທີ່ລອຍເຂົ້າມາໃກ້ກັບຫາດ, ການລ່າປາວານແບບນີ້ຢູ່ເກາະດັ່ງກ່າວແມ່ນມີມາຫຼາຍຮ້ອຍປີແລ້ວ, ເຊິ່ງເຂົາເຈົ້າບອກວ່າບໍ່ໄດ້ລ່າເພື່ອສະແຫວງຫາຜົນກຳໄລ ແຕ່ເປັນການຄວບຄຸມປະຊາກອນຂອງປາໂລມາ ແລະ ປາວານ.

ສຳລັບຊີ້ປາທີ່ໄດ້ມາກໍ່ຈະນຳໄປແຈກຢາຍໃຫ້ແກ່ປະຊາຊົນຢູ່ເທິງເກາະ ເພື່ອໃຊ້ເປັນອາຫານ ເນື່ອງຈາກເກາະແຟໂຣ ມີ ສະພາບອາກາດບໍ່ເໝາະສົມກັບການປູກພືດ, ຈາກພາບທີ່ຖືກເຜີຍແຜ່ອອກສູ່ສາທາລະນະ ເຮັດໃຫ້ຫຼາຍຄົນຖືວ່າເປັນເລື່ອງໂຫດຮ້າຍ ຈຶ່ງມີກຸ່ມນັກອະນຸລັກ ທີ່ຮຽກຮ້ອງໃຫ້ລັດຖະບານດານມາກພິຈາລະນາຍົກເລີກເທດສະການດັ່ງກ່າວ.










No comments

Powered by Blogger.