ທຳນຽບຂາວຍັງບໍ່ຢືນຢັນວ່າ ປ.ທຣຳ ຈະພົບປະກັບທ່ານ ປູຕິນ ຜູ້ນຳລັດເຊຍຢູ່ຫວຽດນາມຫຼືບໍ່ - ອິດສະຫຼະ

ທຳນຽບຂາວຍັງບໍ່ຢືນຢັນວ່າ ປ.ທຣຳ ຈະພົບປະກັບທ່ານ ປູຕິນ ຜູ້ນຳລັດເຊຍຢູ່ຫວຽດນາມຫຼືບໍ່



ສຳນັກຂ່າວຕ່າງປະເທດລາຍງານ 10 ພະຈິກ 2017 ວ່າ: ຖະແຫຼງການຈາກທຳນຽບຂາວເຊິ່ງອອກມາກ່ອນໜ້າທີ່ຍົນປະຈຳຕຳແໜ່ງຂອງຜູ້ນຳສະຫະລັດຈະລົງຈອດທີ່ເມືອງດານັງ ປະເທດຫວຽດນາມລະບຸວ່າ: ຍັງບໍ່ມີການຢືນຢັນການພົບປະລະຫວ່າງທ່ານ ປູຕິນ ຜູ້ນຳລັດເຊຍ ກັບ ທ່ານ ໂດໂນ ທຣຳ ຜູ້ນຳສ.ອາເມຣິກາ ນອກຮອບການປະຊຸມສຸດຍອດການຮ່ວມມືທາງເສດຖະກິດໃນພູມມິພາກອາຊີ-ປາຊີຟິກ ທີ່ປະເທດຫວຽດນາມແຕ່ຢ່າງໃດ.

ຂະນະທີ່ເຈົ້າໜ້າທີ່ລະດັບສູງຂອງທຳນຽບປະທານປະເທດລັດເຊຍກ່າວຕໍ່ສຳນັກຂ່າວຂອງລັດເຊຍມື້ວານນີ້ວ່າ ອາດມີການພົບປະກັນລະຫວ່າງຜູ້ນຳທັງສອງ ແຕ່ຍັງບໍ່ໄດ້ມີການກຳນົດເວລາ ແລະ ສະຖານທີ່ທີ່ແນ່ນອນ ແລະ ຫຼັງຈາກນັ້ນບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ກ່າວວ່າ: ຍັງບໍ່ມີການຕັດສິນໃຈໃດໆ.

ເຊິ່ງການພົບປະກັນຄັ້ງຫຼ້າສຸດຂອງຜູ້ນຳທັງສອງແມ່ນຢູ່ໃນກອງປະຊຸມສຸດຍອດ G20 ທີ່ປະເທດເຢຍລະມັນ ເມື່ອເດືອນກໍລະກົດທີ່ຜ່ານມາ.



No comments

Powered by Blogger.