ແຈ້ງການ...! ປິດບາງເສັ້ນທາງ ໃນນະຄອນຫຼວງ ຕອນຮັບປະທານ ສີ ຈິ້ນຜິງ ຢ້ຽມຢາມລາວ - ອິດສະຫຼະ

ແຈ້ງການ...! ປິດບາງເສັ້ນທາງ ໃນນະຄອນຫຼວງ ຕອນຮັບປະທານ ສີ ຈິ້ນຜິງ ຢ້ຽມຢາມລາວ



ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 4960/ຍທຂ ນວ ລົງວັນທີ 8 ພະຈິກ 2017 ເລື່ອງການປິດເສັ້ນທາງການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະທີ່ທ່ານ ສີ ຈິ້ນຜິງ ປະເທດປະເທດຈີນ ຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ລະຫວ່າງວັນທີ 13-14 ພະຈິກ 2017 ນີ້

ໃຫ້ຜູ້ໃຊ້ລົດໃຊ້ຖະໝົນໃນທົ່ວນະຄອນຫຼວງວຽງຈັນຮັບຊາບດັ່ງນີ້:

1. ເລີ່ມຕັ້ງແຕ່ວັນທີ 13-14 ພະຈິກ 2017 ເປັນຕົ້ນໄປ ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວເປັນບາງເວລາຕາມເສັ້ນທາງສຳຄັນດັ່ງນີ້:

- ຖະໝົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1)
- ຖະໝົນເສດຖາທິລາດ (ແຕ່ສີ່ແຍກໄຟອຳນາດສີຫອມຫຼັກ 1 - ສີ່ແຍກໄຟອຳນາດທາດຂາວ)
- ຖະໝົນສາມແສນໄທ (ສີ່ແຍກໄຟອຳນາດທາດຂາວ-ສາມແຍກສວນເຈົ້າຟ້າງຸ່ມ ຫຼັກ 2)
- ຖະໝົນດອນຈັນ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ-ສາມແຍກດອນຈັນພາເລດ)
- ຖະໝົນເຈົ້າຟ້າງຸ່ມ (ສາມແຍກທາດຂາວ-ສາມແຍກສຳນັກງານໃຫຍ່ທະນາຄານພັດທະນາລາວ
- ຖະໝົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ)
- ຖະໝົນໄກສອນ ພົມວິຫານ (ແຕ່ປະຕູໄຊ-ສີ່ແຍກໄຟອຳນາດດົງໂດກ)

2. ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ (ຟຸດບາດ) ຢ່າງເດັດຂາດ ຕາມເສັ້ນທາງທີ່ໄດ້ລະບຸໄວ້ໃນຂ້າງເທິງນີ້.

3. ໃຫ້ນັກຂັບຂີ່ພາຫະນະທຸກປະເພດປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງ.

No comments

Powered by Blogger.