ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ເປີດສາກຂຶ້ນຢ່າງເປັນທາງການ - ອິດສະຫຼະ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ເປີດສາກຂຶ້ນຢ່າງເປັນທາງການ



ສຳນັກຂ່າວຕ່າງປະເທດລາຍງານ 13 ພະຈິກ 2017 ວ່າ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນເປີດສາກຂຶ້ນຢ່າງເປັນທາງການ, ໂດຍທ່ານ ໂຣດຣິໂກ ດູເຕເຕ ປະທານປະເທດຟິລິບປິນກ່າວຕ້ອນຮັບຄະນະຜູ້ນຳຈາກ 17 ປະເທດທີ່ເຂົ້າຮ່ວມການປະຊຸມອາຊຽນ ຄັ້ງທີ 31 ໃນນະຄອນຫຼວງມະນິລາວ່າ: ການປະຊຸມທີ່ຈະດຳເນີນໄປເປັນເວລາ 2 ວັນນັ້ນ ຈະປຶກສາຫາລືເຖິງການຮ່ວມມືລະຫວ່າງປະເທດໃນດ້ານການພັດທະນາ ແລະ ໄພຮຸກຮານທີ່ມີຕໍ່ພູມມິພາກ ແລະ ທົ່ວໂລກ ໂດຍທ່ານໄດ້ຫຼີກລ້ຽງທີ່ຈະລົງລາຍລະອຽດໃນບັນຫາລະອຽດອ່ອນເລື່ອງການເຮັດສົງຄາມປາບປາມການຄ້າຢາເສບຕິດໃນປະເທດ, ນອກຈາກນີ້ທ່ານ ຍັງໄດ້ກ່າວເຖິງການສູ້ຮົບກັບກຸ່ມກະບົດມຸດສະລິມຢູ່ພາກໃຕ້ຂອງປະເທດ ລວມເຖິງໄພຮຸກຮານຈາກການກໍ່ການຮ້າຍທີ່ຂະຫຍາຍວົງກວ້າງຂຶ້ນເລື້ອຍໆ.

ເຖິງຢ່າງໃດກໍ່ຕາມ ຜູ້ນຳຟິລິບປິນຍັງໄດ້ກ່າວເຖິງບັນຫາທະເລຈີນໃຕ້ວ່າ: ເປັນເລື່ອງທີ່ບໍ່ຄວນແຕະຕ້ອງ ໂດຍຢືນຢັນວ່າ ທຸກປະເທດທີ່ກ່ຽວຂ້ອງກັບກໍລະນີດັ່ງກ່າວຄວນສະແດງທ່າທີເປັນມິດຕໍ່ກັນ ເພື່ອຫຼີກລ້ຽງການເກີດຄວາມຂັດແຍ້ງດ້ານອາວຸດ.

No comments

Powered by Blogger.