ກອງທັບເຮືອ ສ.ອາເມຣິກາ ເຜີຍແຜ່ພາບ ແລະ ວິດີໂອການເຝິກຊ້ອມຮົບໃນປາຊີຟິກ - ອິດສະຫຼະ

ກອງທັບເຮືອ ສ.ອາເມຣິກາ ເຜີຍແຜ່ພາບ ແລະ ວິດີໂອການເຝິກຊ້ອມຮົບໃນປາຊີຟິກ




ກອງທັບເຮືອສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ ໄດ້ມີການເຝິກຊ້ອມຮົບໃນນ່ານນ້ຳຟາກຕາເວັນຕົກຂອງມະຫາສະໝຸດປາຊີຟິກນັບຕັ້ງແຕ່ວັນທີ 11 ພະຈິກ ເປັນຕົ້ນມາ ເຊິ່ງຈະເຝິກຊ້ອບເປັນເວລາ 4 ມື້ ຈົນເຖິງວັນທີ 14 ພະຈິກ 2017 ນີ້  ໂດຍມີເຮືອບັນທຸກຍົນຮົບຂອງສະຫະລັດ ອາເມຣິກາ 3 ລຳ ປະກອບດ້ວຍເຮືອ USS Nimitz, USS Ronald Reagan USS ແລະ Theodore Roosevelt ແລະ ເຮືອລູກອີກ 11 ລຳ ສ່ວນກອງທັບເຮືອເກົາເກົາຫຼີໃຕ້ສົ່ງເຮືອຮົບ 7 ລຳເຂົ້າຮ່ວມ, ຖືເປັນການເຝິກຊ້ອມຮ່ວມຂອງເຮືອບັນທຸກຍົນຮົບ 3 ລຳ ຄັ້ງທຳອິດໃນພູມມິພາກໃນຮອບ 10 ປີ.









No comments

Powered by Blogger.