ລາວ-ລັດເຊຍ ຈະສືບຕໍ່ຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນຫຼາຍດ້ານ - ອິດສະຫຼະ

ລາວ-ລັດເຊຍ ຈະສືບຕໍ່ຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນຫຼາຍດ້ານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ພະຈິກ 2017 ວ່າ: ລາວ-ລັດເຊຍຈະສືບຕໍ່ຮ່ວມມືສອງຝ່າຍໃນຫຼາຍດ້ານ, ທ່ານ ເດີມີຕຣີ ເມດເວດເດບ ນາຍົກລັດຖະມົນຕີລັດເຊຍກ່າວເມື່ອວັນອາທິດທີ່ຜ່ານມາໃນລະຫວ່າງການພົບປະນອກຮອບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ.

"ສປປ.ລາວ ເປັນພັນທະມິດທີ່ສຳຄັນຂອງພວກເຮົາໃນອາຊີຕາເວັນອອກສຽງໃຕ້ ແລະ ພວກເຮົາມີແຜນທີ່ຈະສ້າງຄວາມເຂັ້ມແຂງ ແລະ ພັດທະນາພັນທະມິດຂອງພວກເຮົາ ເຊິ່ງພວກເຮົາມີຜົນສຳເລັດໃນຫຼາຍດ້ານ ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີຫຼາຍດ້ານທີ່ຈະສືບຕໍ່ປະຕິບັດງານຮ່ວມກັນເພື່ອໃຫ້ບັນລຸຕາມແຜນທີ່ວາງໄວ້" ທ່ານ ເດີມີຕຣີ ເມດເວດເດບກ່າວ.


ເຊິ່ງທ່ານນາຍົກລັດຖະມົນຕີລັດເຊຍຍັງກ່າວຕື່ມອີກວ່າ: ການປະຊຸມສຸດຍອດອາຊີຕາເວັນອອກ ແລະ ການປະຊຸມສຸດຍອດອາຊຽນ ໃນນະຄອນຫຼວງມະນິລານີ້ ຖືເປັນໂອກາດທີ່ດີໃນການສ້າງສາຍພົວພັນກັບບັນດາປະເທດເພື່ອນມິດ.

ໃນດ້ານຂອງທ່ານ ທອງລຸນ ສີສຸລິດ ກໍ່ໄດ້ກ່າວຂອບໃຈຕໍ່ລັດເຊຍ ແລະ ເຫັນດີເຫັນພ້ອມຕໍ່ການປຶກສາຫາລືກັນໃນຄັ້ງນີ້ ທີ່ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງລາວ-ລັດເຊຍ.

No comments

Powered by Blogger.