ຈີນ-ຫວຽດນາມເຫັນດີເຫັນພ້ອມແກ້ໄຂບັນຫາທະເລຈີນໃຕ້ດ້ວຍຫຼັກສັນຕິພາບ - ອິດສະຫຼະ

ຈີນ-ຫວຽດນາມເຫັນດີເຫັນພ້ອມແກ້ໄຂບັນຫາທະເລຈີນໃຕ້ດ້ວຍຫຼັກສັນຕິພາບ



ສຳນັກຂ່າວຕ່າງປະເທດລາຍງານ 13 ພະຈິກ 2017 ວ່າ: ສະຖານນີໂທລະພາບແຫ່ງຊາດຫວຽດນາມ ແລະ ສຳນັກຂ່າວຊິນຫົວຂອງທາງການຈີນອອກຖະແຫຼງການເມື່ອວັນອາທິດທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມວ່າ: ຈີນຕ້ອງການປະຕິບັດງານຮ່ວມກັບສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃນການບັນລຸແນວທາງປະຕິບັດ (COC) ວ່າດ້ວຍທະເລຈີນໃຕ້ ພາຍຫຼັງທີ່ເຈລະຈາກັນມາເປັນເວລາຫຼາຍປີ.


ຂະນະທີ່ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມກໍ່ກ່າວເຫັນດີເຫັນພ້ອມກັບແນວທາງ ແລະ ຫຼັກການຂອງຜູ້ນຳຈີນ ໃນການແກ້ໄຂເລື່ອງເຂດຄວາມຂັດແຍ່ງໃນທະເລຈີນໃຕ້ຢ່າງເໝາະສົມ ເພື່ອຮັກສາໄວ້ເຊິ່ງສັນຕິພາບ ແລະ ສະຖຽນລະພາບໃນພູມມິພາກ.

No comments

Powered by Blogger.