ແຜ່ນດິນໄຫວຮຸນແຮງຊາຍແດນອິຣັກ-ອີຣານ ເສຍຊີວິດກວ່າ 129 ຄົນ ບາດເຈັບກວ່າ 1,000 ຄົນແລ້ວ - ອິດສະຫຼະ

ແຜ່ນດິນໄຫວຮຸນແຮງຊາຍແດນອິຣັກ-ອີຣານ ເສຍຊີວິດກວ່າ 129 ຄົນ ບາດເຈັບກວ່າ 1,000 ຄົນແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 13 ພະຈິກ 2017 ວ່າ: ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາ (USGS) ກວດພົບການເກີດແຜ່ນດິນໄຫວຮຸນແຮງ 7.3 ຣິກເຕີ ເມື່ອເວລາ 21:18 ໂມງ ຕາມເວລາທ້ອງຖິ່ນຂອງນະຄອນຫຼວງແບັກແດດ ຂອງປະເທດອິຣັກ ເມື່ອວັນອາທິດທີ່ຜ່ານມາ (ກົງກັບເວລາ 01:18 ໂມງ ວັນຈັນ ຕາມເວລາໃນລາວ) ໂດຍຈຸດສູນກາງຂອງແຮງສັ່ນສະເທືອນຢູ່ເລິກລົງໄປໃຕ້ພື້ນດິນປະມານ 31 ກິໂລແມັດ ບໍລິເວນເມືອງຮາລັບຈາ ໃນພາກຕາເວັນອອກຂອງອິຣັກ ເຊິ່ງເປັນຊາຍແດນຕິດກັບພາກຕາເວັນຕົກຂອງອີຣານ.


ປັດຈຸບັນມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 129 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 1,000 ຄົນ, ໂດຍໜ່ວຍກູ້ໄພປະເມີນຈຳນວນຜູ້ເສຍຊີວິດມີທິດທາງເພີ່ມສູງຂຶ້ນອີກ ເຖິງຢ່າງໃດກໍ່ຕາມ ລັດຖະບານທັງສອງປະເທດຍັງບໍ່ມີລາຍງານຄວາມເສຍຫາຍຢ່າງເປັນທາງການເທື່ອ.


ຂະນະດຽວກັນຂໍ້ມູນຂອງ USGS ລະບຸວ່າ: ແຜ່ນດິນໄຫວຄັ້ງນີ້ເປັນຜົນມາຈາກການເຄື່ອນທີ່ບໍລິເວນຮອຍຕໍ່ລະຫວ່າງແຜ່ນອາຣະເບຍກັບແຜ່ນຢູເຣເຊຍ ທີ່ມີໄລຍະທາງຍາວປະມານ 1,500 ກິໂລແມັດ ເຊິ່ງຮອງຮັບພາກຕາເວັນຕົກຂອງອີຣານ ແລະ ພາກຕາເວັນອອກຂອງອິຣັກ ແລະ ແຮງສັ່ນສະເທືອນຍັງສາມາດຮັບຮູ້ໄດ້ໄກເຖິງບາງສ່ວນຂອງອິດສະຣາແອນ ແລະ ຕວັກກີອີກດ້ວຍ. ຫວນຄືນກັບໄປເມື່ອປີ 2003 ໄດ້ເກີດແຜ່ນດິນໄຫວຮຸນແຮງ 6.6 ຣິກເຕີ ທີ່ເມືອງບາມ ບໍລິເວນພາກກາງຂອງອີຣານ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 31,000 ຄົນ.


No comments

Powered by Blogger.