ທ່ານ ສີ ຈິ້ນຜິງ ຜູ້ນຳຈີນຢ້ຽມຢາມຫວຽດນາມຢ່າງເປັນທາງການ - ອິດສະຫຼະ

ທ່ານ ສີ ຈິ້ນຜິງ ຜູ້ນຳຈີນຢ້ຽມຢາມຫວຽດນາມຢ່າງເປັນທາງການ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ພະຈິກ 2017 ທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ຊົມແຖວກອງທະຫານກຽດຕິຍົດ ກ່ອນທີ່ຈະເຂົ້າປະຊຸມປຶກສາຫາລືກັນເປັນການສະເພາະພາຍໃນ, ຖືເປັນການເດີນທາງຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງທ່ານ ສີ ນັບຕັ້ງແຕ່ທ່ານກ້າວຂຶ້ນສູ່ການເປັນຜູ້ນຳຈີນອີກໜຶ່ງສະໄໝໃນລະຫວ່າງການປະຊຸມໃຫຍ່ພັກຄອມມູນິດຈີນ ເມື່ອເດືອນທີ່ຜ່ານມາ.

ທ່ານ ເຈິ່ນ ວຽດ ໄທ ນັກວິຊາການຂອງສະຖາບັນການທູດຫວຽດນາມກ່າວວ່າ: ການຢ້ຽມຢາມຂອງທ່ານ ສີ ໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຫຼາຍຕໍ່ການສ້າງຄວາມເຊື່ອໃຈເຊິ່ງກັນ ແລະ ກັນ, ເປັນບາດກ້າວໃໝ່ໄປສູ່ຄວາມສຳພັນຫວຽດນາມ-ຈີນ ແລະ ຫວັງວ່າຄວາມສຳພັນຈະດຳເນີນໄປຢ່າງໝັ້ນຄົງ ເນື່ອງຈາກປັດຈຸບັນທັງ 2 ຝ່າຍຕ່າງມີຜົນປະໂຫຍດຮ່ວມກັນມະຫາສານ ໃນການຂະຫຍາຍການຮ່ວມມື ແລະ ການຮັກສາຄວາມໝັ້ນຄົງ.



No comments

Powered by Blogger.