ດ່ວນ...! ເກີດເຫດແຜ່ນດິນໄຫວ 5.4 ຣິກເຕີຢູ່ເກົາຫຼີໃຕ້ - ອິດສະຫຼະ

ດ່ວນ...! ເກີດເຫດແຜ່ນດິນໄຫວ 5.4 ຣິກເຕີຢູ່ເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 15 ພະຈິກ 2017 ວ່າ: ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (USGS) ລາຍງານການເກີດແຜ່ນດິນໄຫວຮຸນແຮງ 5.4 ຣິກເຕີ ບໍລິເວນເມືອງອຸດສາຫະກຳທາງພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ເມື່ອເວລາ 14:29 ນາທີ ຕາມເວລາທ້ອງຖິ່ນຂອງເກົາຫຼີໃຕ້ (12:29 ນາທີ ຕາມເວລາໃນລາວ) ໂດຍມີຈຸດສູນກາງຂ້ອນຂ້າງຕື້ນ ແລະ ຫ່າງຈາກເມືອງໂປຮັງ ເຊິ່ງເປັນໜຶ່ງໃນເມືອງອຸດສາຫະກຳທີ່ສຳຄັນ ແລະ ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດຂຶ້ນໄປທາງເໜືອປະມານ 9 ກິໂລແມັດ ໂດຍແຮງສັ່ນສະເທືອນສາມາດຮັບຮູ້ໄດ້ໄກເຖິງນະຄອນຫຼວງໂຊ ທີ່ຢູ່ຫ່າງອອກໄປປະທານ 370 ກິໂລແມັດ ແລະ ເກາະເຈຈູ ທີ່ຢູ່ນອກຝັ່ງພາກໃຕ້ຂອງປະເທດອີກດ້ວຍ.


ພາຍຫຼັງເກີດເຫດຍັງບໍ່ມີລາຍງານການພົບຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ ເຖິງແມ່ນວ່າມີລາຍງານສິ່ງກໍ່ສ້າງຫຼາຍແຫ່ງໄດ້ຮັບຄວາມເສຍຫາຍ ແຕ່ໂຮງງານໄຟຟ້ານິວເຄຼຍ ແລະ ໂຮງງານອຸດສາຫະກຳຂະໜາດໃຫຍ່ທີ່ຢູ່ໃນເຂດດັ່ງກ່າວຍັງສາມາດປະຕິບັດງານໄດ້ຕາມປົກກະຕິ, ຂະນະດຽວກັນ ແຮງສັ່ນສະເທືອນທີ່ເກີດຂຶ້ນສ້າງຄວາມແຕກຕ່າງໃຫ້ກັບປະຊາຊົນຫຼາຍ ເພາະເຂດດັ່ງກ່າວບໍ່ເຄີຍເກີດແຜ່ນດິນໄຫວມາກອ່ນ.


No comments

Powered by Blogger.