ກອງທັບຊິມບຳເວ ກໍ່ລັດຖະປະຫານ ລົ້ມອຳນາດຜູ້ນຳ ມູກາເບ - ອິດສະຫຼະ

ກອງທັບຊິມບຳເວ ກໍ່ລັດຖະປະຫານ ລົ້ມອຳນາດຜູ້ນຳ ມູກາເບ


ພົນເອກ ຄອນສະແຕນນິໂຕ ຊິເວນກາ ແລະ ທ່ານ ໂຣເບິດ ມູກາເບ

ສຳນັກຂ່າວຕ່າງປະເທດລາຍງານ 14 ພະຈິກ 2017 ວ່າ: ພົນຕີ ຊີບູຊີໂຊ ໂມໂຢ ໂຄສົກກອງທັບຊິມບຳເວ ອ່ານຖະແຫຼງການຜ່ານສະຖານນີໂທລະພາບແຫ່ງຊາດ ເມື່ອຕອນເຊົ້າມືດຂອງວັນພຸດນີ້ຕາມເວລາທ້ອງຖິ່ນວ່າ: ສະຖານະການທີ່ກຳລັງເກີດຂຶ້ນໃນນະຄອນຫຼວງຮາຣາເຣ "ບໍ່ແມ່ນການກໍ່ລັດຖະປະຫານ" ເພື່ອໂຄ່ນລົ້ມອຳນາດທ່ານ ໂຣເບິດ ມູກາເບ ປະທານປະເທດຄົນປັດຈຸບັນ ໂດຍຢືນຢັນວ່າຜູ້ນຳຊິມບຳເວ ແລະ ຄອບຄົວຢູ່ໃນສະຖານທີ່ທີ່ປອດໄພ ແຕ່ບໍ່ມີການເປີດເຜີຍວ່າເປັນສະຖານທີ່ໃດ ຂະນະທີ່ພາລະກິດຂອງກອງທັບໃນຄັ້ງນີ້ມີເປົ້າມາຍທີ່ຊັດເຈນຄື: ການແກ້ໄຂບັນຫາອາຊະຍາກຳ ແລະ ສະຖານະການຈະກັບຄືນສູ່ພາວະປົກກະຕິຫັນທີທີ່ເຈົ້າໜ້າທີ່ປະຕິບັດວຽກງານສຳເລັດ.

ໃນດ້ານຂອງທ່ານ ໄອແຊັດ ໂມໂຢ ເອກອັກຄະລັດຖະທູດຊິມບຳເວປະຈຳອາຟຣິກາໃຕ້ກ່າວວ່າ ສະຖຽນລະພາບຂອງລັດຖະບານຊິມບຳເວພາຍໃຕ້ການນຳຂອງທ່ານ ມູກາເບ ຍັງເຂັ້ມແຂງ ຂະນະທີ່ສະຖານທູດສະຫະລັດ ແລະ ອັງກິດປະຈຳນະຄອນຫຼວງຮາຣາເຣ ອອກຖະແຫຼງການເຕືອນພົນລະເມືອງຂອງຕົນໃຫ້ຫຼີກລ້ຽງການອອກນອກສະຖານທີ່ ເນື່ອງຈາກສະຖານະການທາງການເມືອງໃນຊິມບຳເວ ຍັງບໍ່ມີຄວາມແນ່ນອນ.

ເຊິ່ງຍັງບໍ່ຊັດເຈນວ່າ ທະຫານບຸກຄົນໃດເປັນຜູ້ຢູ່ເບື້ອງຫຼັງນຳພາກໍ່ການລັດຖະປະຫານໃນຄັ້ງນີ້ ທີ່ເລີ່ມຈາກການເຂົ້າຢຶດສະຖານນີໂທລະພາບ CBC ເຊິ່ງເປັນສະຖານນີກະຈາຍພາບ ແລະ ສຽງແຫ່ງຊາດ ຕາມດ້ວຍສຳນັກງານຂອງລັດອີກຫຼາຍແຫ່ງ ແຕ່ບັນຍາກາດທາງການເມືອງພາຍໃນຊິມບຳເວໄດ້ທະວີຄວາມເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ອາທິດທີ່ຜ່ານມາແລ້ວ ເມື່ອທ່ານ ມູກາເບກ່າວຫາຮອງປະທານປະເທດ ທ່ານ ເອັມເມີສັນ ນັນກາກວາ ມີແຜນລົ້ມລ້າງອຳນາດທ່ານ ແລະ ສັ່ງປົດທ່ານ ນັນກາກວາ ທັນທີ ແລະ ສັ່ງໃຫ້ມີການສືບສວນທາງວິໄນເຈົ້າໜ້າທີ່ລະດັບສູງອີກປະທານ 100 ຄົນຂອງພັກສະຫະພາບແຫ່ງຊາດຊິມບຳເວອາຟຣິກາ ຫຼື ພັກຊານູ-ພີເອັບ ເຊິ່ງເປັນພັກການເມືອງພາຍໃຕ້ການນຳຂອງທ່ານ ມູກາເບ.

ນອກຈາກນີ້ພັກຊານູ-ພີເອັບ ຍັງອອກຖະແຫຼງການປະນາມພົນເອກ ຄອນສະແຕນນິໂຕ ຊິເວນກາ ຜູ້ບັນຊາການທະຫານສູງສຸດຂອງຊິມບຳເວວ່າເປັນ "ກະບົດ" ພາຍຫຼັງທີ່ຜ່ານມາພົນເອກ ຊິເວນກາເຄີຍກ່າວແບບມີໃນວ່າ ຫາກທ່ານ ມູກາເບ ຍັງບໍ່ຢຸດການກວາດລ້າງພາຍໃນພັກຊານູ-ພີເອັບ ອາດມີການແຊກແຊງທາງທະຫານ ເພາະການກວາດລ້າງດັ່ງກ່າວໄດ້ເນັ້ນເປົ້າໄປທີ່ສະມາຊິກພັກທີ່ມີສາຍພົວພັນເຊື່ອມໂຍງກັບເຈົ້າໜ້າທີ່ລະດັບສູງຂອງກອງທັບ.

ເຊິ່ງທ່ານ ມູກາເບ ປະທານປະເທດຊິມບຳເວ ອາຍຸ 93 ປີ ທີ່ຢູ່ໃນຕຳແໜ່ງມາຍາວນານແຕ່ປີ 1987 ແລະ ພາຍຫຼັງທີ່ປົດຮອງປະທານປະເທດທ່ານ ນັນກາກວາ ອອກກໍ່ໄດ້ແຕ່ງຕັ້ງພັນລະຍາຂອງຕົນ ອາຍຸ 52 ປີ ຂຶ້ນເປັນຮອງປະທານປະເທດແທນ.


No comments

Powered by Blogger.