ທ່ານ ສີ ຈິ້ນຜິງ ພົບປະກັບທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດລາວ - ອິດສະຫຼະ

ທ່ານ ສີ ຈິ້ນຜິງ ພົບປະກັບທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດລາວ



ສຳນັກຂ່າວສານປະເທດລາຍງານວ່າ: ໃນຕອນເຊົ້າວັນທີ 14 ພະຈິກ 2017 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ.ຈີນ, ໄດ້ພົບປະກັບ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ທາງລັດຖະກິດ ຢູ່ ສປປ.ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017 ຕາມການເຊື້ອເຊີນຂອງປະທານປະເທດ ທ່ານ ບຸນຍັງ ວໍລະຈິດ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງ ຄວາມຂໍ່ານັບຊົມເຊີຍ ແລະ ຕ້ອນຮັບອັນອົບອຸ່ນທ່ານ ສີ ຈິ້ນຜິງ ແລະ ຄະນະຜູ້ແທນຂັ້ນສູງ ພັກ-ລັດ ທີ່ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງທີ່ທ່ານ ໄດ້ເລືອກເອົາ ສປປ.ລາວ ເປັນປະເທດຕົ້ນໆ ໃນການເຄື່ອນໄຫວຕ່າງປະເທດ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ສຳເລັດຢ່າງສະຫງ່າງາມ, ເຊິ່ງເປັນການເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ແກ່ການພົວພັນສອງຝ່າຍ ລາວ-ຈີນ ຂອງພັກ ແລະ ລັດຖະບານ ສປ.ຈີນ, ເປັນການນຳເອົາ ໄມຕີຈິດມິດຕະພາບ, ຄວາມສາມັກຄີ ຂອງປະຊາຊົນຈີນ ມາຍັງປະຊາຊົນລາວ, ທັງເປັນການ ປະກອບສ່ວນອັນສຳຄັນເຂົ້າໃນ ການເສີມສ້າງສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີດີ ແລະ ຄູ່ຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.

ພ້ອມດຽວກັນນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIX ພັກກອມມູນິດຈີນ ໃນເດືອນ 10 ທີ່ຜ່ານມາ, ເຊິ່ງເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສຳຄັນຍິ່ງ ບໍ່ສະເພາະແຕ່ສຳລັບພັກ ແລະ ປະຊາຊົນຈີນເທົ່ານັ້ນ ແຕ່ຍັງເປັນເຫດການ ທີ່ສ້າງຄວາມສົນໃຈຢ່າງກວ້າງຂວາງ ໃຫ້ແກ່ສາກົນອີກດ້ວຍ, ເຊິ່ງໃນນັ້ນ ກອງປະຊຸມໃຫຍ່ ໄດ້ກຳນົດເອົາແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ເປັນແນວຄິດຊີ້ນຳ ຂອງພັກກອມມູນິດຈີນ ໃນຍຸກໃໝ່ ແລະ ພິເສດ ທ່ານ ນາງ ປານີ ຢາທໍ່ຕູ້ ຍັງສະແດງຄວາມຊົມເຊີຍ ແລະ ຍິນດີເປັນຢ່າງຍີ່ງທີ່ ທ່ານ ສີ ຈິ້ນຜິງ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກທົ່ວພັກ ໃຫ້ສືບຕໍ່ດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ ຕື່ມອີກວາລະໜຶ່ງ. ໃນຂະນະດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ແຈ້ງໃຫ້ທ່ານ ສີ ຈິ້ນຜິງ ແລະ ຄະນະຊາບວ່າ ໃນປັດຈຸບັນ ສະພາແຫ່ງຊາດ ສປປ.ລາວ ກຳລັງດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ເຊິ່ງກອງປະຊຸມ ໄດ້ພິຈາລະນາ ແລະ ຕົກລົງຫຼາຍບັນຫາເປັນຕົ້ນ ແມ່ນບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ປະຈຳປີ 2017, ທິດທາງແຜນການປີ 2018 ແລະ ພິຈາລະນາຮັບຮອງ ເອົາກົດໝາຍໃໝ່ ແລະ ກົດໝາຍສະບັບປັບປຸງ ຈຳນວນໜຶ່ງ.

ທ່ານ ສີ ຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ຕໍ່ຝ່າຍລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນສະໜິດສະໜົມ ແກ່ຄະນະຜູ້ແທນຂັ້ນສູງ ພັກ-ລັດ ສປ.ຈີນ, ທ່ານໄດ້ແຈ້ງຫຍໍ້ ສະພາບການພົ້ນເດັ່ນຂອງພັກ, ລັດຖະບານ ສປ.ຈີນ ໃນໄລຍະມໍ່ໆມານີ້; ຕີລາຄາສູງ ການພົວພັນສອງຝ່າຍ ຈີນ-ລາວ ໃນຊຸມປີທີ່ຜ່ານມາ. ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍ ມາໂດຍຕະຫຼອດ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ສອງຝ່າຍ. ໂດຍສະເພາະ ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ, ເຊິ່ງເປັນການ ປະກອບສ່ວນອັນສໍາຄັນ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງສອງຝ່າຍ ລາວ-ຈີນ. ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຕາງໜ້າ ໃຫ້ພັກລັດ ແລະ ປະຊາຊົນບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໃຫ້ການສະໜັບສະໜູນ ອັນໃຫຍ່ຫຼວງ ແລະ ໃຫ້ການຊ່ວຍເຫຼືອ ອັນລໍ້າຄ່າແກ່ປະຊາຊົນລາວ ຕະຫຼອດມາ ແລະ ມີຄວາມປິຕິຊົມຊື່ນ ຕໍ່ຜົນການຮ່ວມມືທີ່ດີນຳກັນລະຫວ່າງ ສອງສະພາ ລາວ-ຈີນ ໃນໄລຍະຜ່ານມາ. ໃນແຕ່ລະປີສອງຝ່າຍ ກໍໄດ້ສືບຕໍ່ຮັກສາການ ແລກປ່ຽນຢ້ຽມຢາມ ແລະ ການໄປມາຫາສູ່ກັນ ລະຫວ່າງ ການນຳຂັ້ນສູງ ຂອງສອງສະພາ ແລະ ບັນດາຄະນະກຳມະທິການ ຜູ້ແທນປະຊາຊົນຂອງຈີນ ແລະ ສະພາແຫ່ງຊາດລາວ, ໄດ້ມີການຈັດສຳມະນາ ຮ່ວມກັນໃນຫົວຂໍ້ ກ່ຽວກັບການປະຕິບັດ ພາລະບົດບາດ ຂອງອົງການນິຕິບັນຍັດ ແລະ ຫົວຂໍ້ວິທະຍາສາດຕ່າງໆ ມີການຊ່ວຍເຫຼືອ ດ້ານວັດຖຸເຕັກນິກ ແລະ ທຶນຮອນຈຳນວນໜຶ່ງ ໃຫ້ແກ່ສະພາແຫ່ງຊາດລາວ.

ເພື່ອເປັນການສືບຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ກ້າວສູ່ ລວງເລິກກວ່າເກົ່າ ທັງສອງຍັງໄດ້ປຶກສາຫາລື ກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າ ຄື ເພື່ອສືບຕໍ່ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ນຳກັນຢ່າງເປັນປົກກະຕິ ນັບທັງສະພາຂັ້ນທ້ອງຖິ່ນ ຂອງບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ; ການຮ່ວມມື ໃນການຍົກລະດັບ ການພັດທະນາ ດ້ານບຸກຄະລະກອນ ດ້ານວິຊາສະເພາະ ໃນດ້ານຕ່າງໆ. ສືບຕໍ່ຮ່ວມມືປະສານສົມທົບກັນ ໃນການເຄື່ອນໄຫວ ໃນເວທີພາກພື້ນ ແລະ ສາກົນ ເພື່ອພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ.

ໃນໂອກາດນີ້, ທ່ານ ສີ ຈິ້ນຜິງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ຄະນະ ພ້ອມທັງໄດ້ຕີ​ລາ​ຄາສູງ​ ຕໍ່​​ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຈີນ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ,​ ເຊິ່ງໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ.

No comments

Powered by Blogger.