ອາຟະການິດສະຖານ ປູກຝິ່ນໄດ້ປີລະ 9,000 ໂຕນຕໍ່ປີ ເພີ່ມຂຶ້ນສູງສຸດໃນປະຫວັດສາດ - ອິດສະຫຼະ

ອາຟະການິດສະຖານ ປູກຝິ່ນໄດ້ປີລະ 9,000 ໂຕນຕໍ່ປີ ເພີ່ມຂຶ້ນສູງສຸດໃນປະຫວັດສາດ



ສຳນັກຂ່າວຕ່າງປະເທດລາຍງານ 16 ພະຈິກ 2017 ວ່າ: ສະຫະປະຊາຊາດ (UN) ເຜີຍແຜ່ຜົນສຳຫຼວດທີ່ຮ່ວມສຳຫຼວດກັບລັດຖະບານອາຟະການິດສະຖານ ພົບວ່າ: ໃນປີນີ້ ອາຟະການິດສະຖານມີການຜະລິດຝິ່ນເພີ່ມຂຶ້ນ 87% ຂຶ້ນສູ່ລະດັບສູງສຸດເປັນປະຫວັດສາດ ດ້ວຍຜົນຜະລິດ 9,000 ໂຕນຕໍ່ປີ ທຽບກັບປີທີ່ຜ່ານມາ ທີ່ຜະລິດໄດ້ທັງໝົດ 4,800 ໂຕນ.

ກະຊວງຕໍ່ຕ້ານຢາເສບຕິດອາຟະການິດສະຖານ ແລະ ສຳນັກງານປ້ອງກັນຢາເສບຕິດ ແລະ ປາບປາມອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ລະບຸວ່າ: ເນື້ອທີ່ທີ່ມີການເກັບກ່ຽວດອກຝິ່ນ ມີຈຳນວນທີ່ເພີ່ມຂຶ້ນສູງສຸດໃນປະຫວັດສາດເຖິງ 2.049 ລ້ານໄລ່ ຫຼື ເພີ່ມຂຶ້ນ 60% ຈາກຈຳນວນ 1.265 ລ້ານໄລ່ ເມື່ອປີ 2016.

ລາຍງານລະບຸວ່າ ຜົນຜະລິດທີ່ເພີ່ມຂຶ້ນ ມີສາເຫດຫຼັກໆມາຈາກຈຳນວນເນື້ອທີ່ປູກຝິ້ນທີ່ເພີ່ມຂຶ້ນ ເຊັ່ນດຽວກັນກັບລາຄາຝິ່ນທີ່ສູງຂຶ້ນດ້ວຍ, ຜົນສຳຫຼວດຍັງພົບວ່າຈຳນວນແຂວງທີ່ບໍ່ມີການປູກຝິ່ນຫຼຸດລົງມາເຫຼືອແຕ່ 10 ແຂວງ ຈາກເດີມມີ 13 ແຂວງ ເຮັດໃຫ້ຂະນະນີ້ ອາຟະການິດສະຖານມີແຂວງທີ່ປູກຝິ່ນທັງໝົດ 24 ແຂວງ ຈາກເດີມມີຢູ່ໃນ 21 ແຂວງ.

No comments

Powered by Blogger.