ປ.ທຣຳ ປະຕິເສດວ່າ "ກັບບ້ານມືເປົ່າ" ຈາກການຢ້ຽມຢາມອາຊີ - ອິດສະຫຼະ

ປ.ທຣຳ ປະຕິເສດວ່າ "ກັບບ້ານມືເປົ່າ" ຈາກການຢ້ຽມຢາມອາຊີ



ສຳນັກຂ່າວຕ່າງປະເທດລາຍງານ 16 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຢືນຢັນ "ຄວາມສຳເລັດຄັ້ງຍິ່ງໃຫຍ່" ຂອງພາລະກິດການເດີນທາງຢ້ຽມຢາມອາຊີເກືອບ 2 ອາທິດ ຊ່ວຍໃຫ້ທ່ານໄດ້ຮັບສຽງສະໜັບສະໜູນໃນເລື່ອງຂອງບັນຫາເກົາຫຼີເໜືອ ເຖິງແມ່ນວ່າຈະມີສຽງວິຈານວ່າສະຫະລັດ "ບໍ່ໄດ້ຍັງເລີຍ" ຈາກການຢ້ຽມຢາມຄັ້ງນີ້.

ໂດຍທ່ານ ໂດໂນ ທຣຳ ໄດ້ຖະແຫຼງເມື່ອວັນພຸດທີ່ຜ່ານມາ ກ່ຽວກັບການເດີນທາງຢ້ຽມຢາມ 5 ປະເທດໃນອາຊີໄດ້ແກ່: ຍີ່ປຸ່ນ, ເກົາຫຼີໃຕ້, ຈີນ, ຫວຽດນາມ ແລະ ຟິລິບປິນ ລວມໄລຍະເວລາທັງໝົດ 12 ວັນ ວ່າເປັນ "ວາລະລະດັບໂລກ" ທີ່ປະສົບຄວາມສຳເລັດຢ່າງຈົບງາມ ໂດຍໄດ້ກ່າວຊົມເຊີຍການຕ້ອນຮັບທີ່ດີຈາກທຸກປະເທດທີ່ສະແດງເຖິງການ "ກັບມາ" ຂອງ ສ.ອາເມຣິກາ.

ຂະນະດຽວກັນທ່ານ ທຣຳ ຢືນຢັນວ່າ ແນວທາງນະໂຍບາຍຂອງທ່ານໃນການສ້າງ "ແຮງກົດດັນລະດັບສູງສຸດ" ຕໍ່ເກົາຫຼີເໜືອ ໄດ້ຮັບການສະໜັບສະໜູນຈາກທຸກປະເທດທີ່ໄດ້ໄປຢ້ຽມຢາມ ລວມທັງຈີນ ທີ່ຜູ້ນຳສະຫະລັດກ່າວວ່າ ທ່ານ ສີ ຈິ້ນຜິງ ເຫັນດີກັບການໃຊ້ມາດຕະການທາງເສດຖະກິດກົດດັນເກົາຫຼີເໜືອ ໃຫ້ຍຸດຕິໂຄງການນິວເຄຼຍ ແລະ ທ່ານ ທຣຳ ຍັງອ້າງວ່າ ຈີນຍອມຍົກເລີກແນວຄິດ "ຍື່ນໝູຍື່ນແມວ" ດ້ວຍການໃຫ້ສະຫະລັດຍຸດຕິການຊ້ອມຮົບຮ່ວມກັບເກົາຫຼີໃຕ້ ແລະ ເກົາຫຼີເໜືອກໍ່ຕ້ອງຍຸດຕິການພັດທະນາໂຄງການນິວເຄຼຍດ້ວຍ ແຕ່ຍັງບໍ່ມີຄຳຢືນຢັນຢ່າງເປັນທາງການຈາກລັດຖະບານຈີນໃນເລື່ອງນີ້.

ເຖິງຢ່າງໃດກໍ່ຕາມ ຕະຫຼອດເວລາປະມານ 25 ນາທີຂອງການຖະແຫຼງ ທ່ານ ທຣຳ ສະແດງໃຫ້ເຫັນເຖິງຄວາມອິດເມື່ອຍຢ່າງຊັດເຈນ ແລະ ມີການພັກຍົກຈອກນ້ຳຂຶ້ນດື່ມເປັນໄລຍະໆ ແລະ ຍັງປະຕິເສດຕອບຄຳຖາມເມື່ອຈົບການຖະແຫຼງ ເຊິ່ງກິລິຍາກອາການດັ່ງກ່າວໄດ້ກາຍເປັນທີ່ສົນໃຈຂອງບັນດາສື່ມວນຊົນ ແລະ ໂລກອອນລາຍຫຼາຍ ວ່າເປັນພາສາກາຍທີ່ສະແດງອອກເຖິງຄວາມບໍ່ໝັ້ນໃຈໃນຄຳເວົ້າຂອງຕົວເອງຫຼືບໍ່ ເນື່ອງຈາກມີສຽງວິຈານບໍ່ໜ້ອຍວ່າ ການເດີນທາງຢ້ຽມຢາມອາຊີຂອງຜູ້ນຳສະຫະລັດໃນຄັ້ງນີ້ "ລົ້ມເຫຼວ" ເພາະເກືອບບໍ່ມີການເລີ່ມຕົ້ນ ແລະ ຄວາມຄືບໜ້າຫຍັງທີ່ເປັນຮູບປະທຳ, ໃນດ້ານຂອງທຳນຽມຂາວຍັງບໍ່ສະແດງທ່າທີຕໍ່ສຽງວິຈານທີ່ເກີດຂຶ້ນ.


No comments

Powered by Blogger.