ກອງທັບຊິມບຳເວ ເຂົ້າຄວບຄຸມອຳນາດລັດໂດຍສົມບູນ ຄຸມຕົວຜູ້ນຳ ມູກາເບ - ອິດສະຫຼະ

ກອງທັບຊິມບຳເວ ເຂົ້າຄວບຄຸມອຳນາດລັດໂດຍສົມບູນ ຄຸມຕົວຜູ້ນຳ ມູກາເບ



ສຳນັກຂ່າວຕ່າງປະເທດລາຍງານ 16 ພະຈິກ 2017 ວ່າ: ກອງທັບຊິມບຳເວ ຄວບຄຸມສະຖານະການພາຍໃນປະເທດໄດ້ຢ່າງສົມບູນ ທ່າມກາງສຽງວິພາກວິຈານຮຽກຮ້ອງໃຫ້ເລັ່ງຄືນອຳນາດຈາກບັນດາປະເທດຕາເວັນຕົກ, ຂະນະທີ່ທ່ານ ໂຣເບີດ ມູກາເບ ປະທານປະເທດຊິມບຳເວ ແລະ ພັນລະຍາ ຖືກຈັກບໍລິເວນຢູ່ພາຍໃນເຮືອນ, ສ່ວນປະຊາຊົນໃຊ້ຊີວິດຕາມປົກກະຕິ.


ຂະນະທີ່ສະຫະພາບອາຟຣິກາ (AU) ອອກຖະແຫຼງການເມື່ອວັນພຸດທີ່ຜ່ານມາ ວິຈານສະຖານະການທາງການເມືອງທີ່ກຳລັງເກີດຂຶ້ນໃນຊິມບຳເວວ່າ "ບໍ່ຕ່າງຫຍັງກັບການກໍ່ລັດຖະປະຫານ" ແລະ ຮຽກຮ້ອງໃຫ້ກອງທັບຊິມບຳເວຄືນອຳນາດຕາມແນວທາງປະຊາທິປະໄຕ ໃຫ້ກັບປະຊາຊົນໂດຍໄວທີ່ສຸດ, ຂະນະທີ່ມີລາຍງານອີກວ່າປະຊາຄົມເພື່ອການພັດທະນາອາຟຣິກາໃຕ້ (SADC) ເຊິ່ງຊິມບຳເວເປັນໜຶ່ງໃນປະເທດສະມາຊິກ ມີກຳນົດຈັດກອງປະຊຸມວາລະສຸກເສີນທີ່ບົດສະວານາ ໃນວັນພະຫັດທີ 16 ນີ້ຕາມເວລາທ້ອງຖິ່ນ.

ດ່ານທຳນຽບປະທານປະເທດອາຟຣິກາໃຕ້ເຜີຍແຜ່ຖະແຫຼງການຂອງທ່ານປະທານປະເທດ ຈາຄັອບ ຊູມາ ວ່າໄດ້ມີໂອກາດສົນທະນາທາງໂທລະສັບກັບທ່ານ ໂຣເບິດ ມູກາເບ ເຊິ່ງເປັນຜູ້ນຳຊິມບຳເວ ໃນໄວອາຍຸ 93 ປີ ຢືນຢັນວ່າ ຕົວທ່ານ ແລະ ທ່ານ ນາງ ເກຼສ ມູກາເບ ພັນລະຍາ "ສະບາຍດີ" ແຕ່ຢູ່ພາຍໃຕ້ການກັກບໍລິເວນໂດຍກອງທັບ ແລະ ບໍ່ສາມາດເປີດເຜີຍສະຖານທີ່ວ່າຢູ່ໃສໃນຕອນນີ້ໄດ້.

ໃນເວລາດຽວກັນທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ແຫ່ງສະປະຊາຊາດ (UN) ກ່າວຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍໃນຊິມບຳເວ ຫຼີກລ້ຽງການໃຊ້ຄວາມຮຸນແຮງ ແລະ ເຈລະຈາກັນໂດຍໄວທີ່ສຸດ ເພື່ອແກ້ໄຂວິກິດໃນຄັ້ງນີ້ຢ່າງສັນຕິ ເຊັ່ນດຽວກັບກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ອອກຖະແຫຼງການຮຽກຮ້ອງໃນເລື່ອງນີ້ ແລະ ເຕືອນໄພພົນລະເມືອງອາເມຣິກາໃນເຂດດັ່ງກ່າວ, ສ່ວນທ່ານ ບໍຣິສ ຈອນສັນ ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເຊິ່ງເປັນອະດີດເຈົ້າອານານິຄົມຂອງຊິມບຳເວ ເຕືອນວ່າອັງກິດຄັດຄ້ານການຖ່າຍໂອນອຳນາດໃຫ້ແກ່ "ຜະເດັດການ".

ເຖິງຢ່າງໃດກໍ່ຕາມບັນຍາກາດໃນນະຄອນຫຼວງຮາຣາເຣຍັງຄົງເປັນໄປຕາມປົກກະຕິ ຂະນະທີ່ກອງທັບຊິມບຳເວເຊິ່ງເລີ່ມປະຕິບັດການຕັ້ງແຕ່ເຊົ້າມືດ ຂອງວັນອັງຄານທີ່ຜ່ານມາຕາມເວລາທ້ອງຖິ່ນ ຢືນຢັນວ່າສະຖານະການທີ່ເກີດຂຶ້ນ "ບໍ່ແມ່ນການກໍ່ລັດຖະປະຫານ" ແຕ່ເປັນພຽງ "ການແກ້ໄຂ" ກັບບັນຫາອາຊະກາກອນ ທີ່ສ້າງຄວາມເຈັບປວດທາງການເມືອງ ແລະ ເສດຖະກິດໃຫ້ກັບປະຊາຊົນ ໂດຍຍັງບໍ່ມີການລະບຸຢ່າງຊັດເຈນວ່າໃຜຄືຜູ້ນຳພາໃນການປະຕິວັດຄັ້ງນີ້, ແຕ່ພົນເອກ ຄອນສະແຕນນິໂນ ຊິເວນກາ ຜູ້ບັນຍາການທະຫານສູງສຸດຂອງຊິມບຳເວ ກ່າວເມື່ອຕົ້ນອາທິດນີ້ວ່າ: "ກອງທັບອາດຕ້ອງສະແດງບົດບາດ ຫາກທ່ານ ມູກາເບ ແລະ ພັກສະຫະພາບແຫ່ງຊາດຊິມບຳເວອາຟຣິກາ ຫຼື ອາຊູ-ພີເອັບ ຍັງບໍ່ຍຸດຕິການກວາດລ້າງຝ່າຍກົງຂ້າມທາງການເມືອງ".

ເຊິ່ງສະຖານະການທາງການເມືອງໃນຊິມບຳເວ ໄດ້ຢູ່ໃນພາວະເຄັ່ງຕຶງທີ່ສຸດໃນຮອບ 30 ປີ ຫຼື ຕັ້ງແຕ່ທ່ານ ມູກາເບ ຂຶ້ນຄອງອຳນາດເມື່ອປີ 1987 ເມື່ອຜູ້ນຳຊິມບຳເວປົດຕຳແໜ່ງທ່ານ ເອັມເມີສັນ ນັນກາກວາ ເຊິ່ງມີສາຍພົວພັນອັນດີກັບກອງທັບຊິມບຳເວ ອອກຈາກຕຳແໜ່ງຮອງປະທານປະເທດ ໂດຍກ່າວຫາອີກຝ່າຍວ່າພະຍາຍາມລົ້ມອຳນາດຕົນ, ແຕ່ຫຼາຍຝ່າຍເຊື່ອວ່າເປັນຄວາມພະຍາຍາມລວມອຳນາດຢ່າງສົມບູນແບບຂອງທ່ານ ມູກາເບ ດ້ວຍການກຽມແຕ່ງຕັ້ງພັນລະຍາ ອາຍຸ 52 ປີ ໃຫ້ຮັບຕຳແໜ່ງຮອງຜູ້ນຳເພື່ອສືບທອດອຳນາດຕໍ່ໄປ.



No comments

Powered by Blogger.