ສ.ອາເມຣິກາ ຮຽກຮ້ອງໃຫ້ມຽນມາສືບສວນບັນຫາຊາວໂຣຮິງຢາຢ່າງເປັນທຳ - ອິດສະຫຼະ

ສ.ອາເມຣິກາ ຮຽກຮ້ອງໃຫ້ມຽນມາສືບສວນບັນຫາຊາວໂຣຮິງຢາຢ່າງເປັນທຳ



ສຳນັກຂ່າວຕ່າງປະເທດລາຍງານ 15 ພະຈິກ 2017 ວ່າ: ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວພາຍຫຼັງການພົບປະກັບທ່ານ ນາງ ອອງຊານ ຊູຈີ ມົນຕີແຫ່ງລັດຂອງມຽນມາ (ຜູ້ນຳສູງສຸດດ້ານພຶດຕິໄນ) ແລະ ພົນເອກອາວຸໂສມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ທີ່ນະຄອນຫຼວງເນປີດໍວ່າ ສະຫະລັດຕ້ອງການໃຫ້ມີການຕັ້ງຄະນະກຳມະການອິດສະຫຼະກວດສອບການລະເມີດສິດທິຊາວໂຣຮິງຢາໃນລັດຍະໄຂ່ ແລະ ສະຫະລັດຍັງຄົງຢູ່ລະຫວ່າງການປະເມີນວ່າຈະໃຊ້ຄຳວ່າ "ລົບລ້າງເຜົ່າພັນ" ອະທິບາຍສິ່ງທີ່ລັດຖະບານມຽນມາເຮັດກັບຊາວໂຣຮິງຢາຄືກັບສະຫະປະຊາຊາດໃຊ້ຫຼືບໍ່.

ນອກຈາກນີ້ທ່ານ ທິວເລີສັນ ຍັງຍອມຮັບວ່າສິ່ງທີ່ເກີດຂຶ້ນກັບຊາວໂຣຮິງຢາ ທີ່ຕ້ອງຫຼົບໜີຈາກລັດຍະໄຂ່ໄປຍັງປະເທດບັງກະລາເທດ ເປັນສິ່ງທີ່ຊົ່ວຮ້າຍທີ່ສຸດ ແລະ ເຫດການນີ້ເປັນເຫດການໃຫຍ່ທີ່ສຸດທີ່ມຽນມາເຄີຍປະສົບມາ ຫຼັງການປ່ຽນແປງສູ່ປະຊາທິປະໄຕ, ເຖິ່ງຢ່າງໃດກໍ່ຕາມທ່ານ ທິວເລີສັນ ຢືນຢັນວ່າ ການຂວໍ້າບາດມຽນມາເພື່ອກົດດັນເລື່ອງນີ້ ບໍ່ແມ່ນສິ່ງທີ່ຄວນເຮັດ ເພາະສະຫະລັດຕ້ອງການສະໜັບສະໜູນມຽນມາໃຫ້ປ່ຽນຜ່ານສູ່ປະຊາທິປະໄຕຢ່າງຍືນຍົງຕໍ່ໄປ.

ຂະນະດຽວກັນທ່ານ ທິວເລີສັນ ກໍ່ປະນາມການໂຈມຕີຕອບໂຕ້ທະຫານມຽນມາຂອງກຸ່ມກຳລັງກູ້ຊາດໂຣຮິງຢາອາຣະກັນ ຫຼື ARSA ວ່າ ເປັນສິ່ງທີ່ສະຫະລັດບໍ່ສາມາດຍອມຮັບໄດ້.


ນັບຕັ້ງແຕ່ເຫດການທີ່ ARSA ໂຈມຕີທະຫານມຽນມາເມື່ອວັນທີ 25 ສິງຫາ 2017 ທີ່ຜ່ານມາ ນຳໄປສູ່ການປາບປາມຄັ້ງໃຫຍ່ໃນລັດຍະໄຂ່ ມີຜູ້ອົບພະຍົມລີ້ໄພອອກນອກປະເທດໄປຍັງປະເທດບັງກະລາເທດແລ້ວກວ່າ 600,000 ຄົນ, ເຮັດໃຫ້ສະຫະປະຊາຊາດລະບຸວ່າ ລັດຖະບານມຽນມາກຳລັງລົບລ້າງເຜົ່າພັນໂຣຮິງຢາອອກຈາກປະເທດຢ່າງເປັນລະບົບ.

No comments

Powered by Blogger.