ສົມເດັດ ຮຸນເຊນ ຢ້ຳວ່າ ນານາຊາດບໍ່ຄວນແຊກແຊງການເລືອກຕັ້ງປີໜ້າ - ອິດສະຫຼະ

ສົມເດັດ ຮຸນເຊນ ຢ້ຳວ່າ ນານາຊາດບໍ່ຄວນແຊກແຊງການເລືອກຕັ້ງປີໜ້າ



ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ ທ່ານບໍ່ສົນໃຈວ່ານານາຊາດຈະສະໜັບສະໜູນການເລືອກຕັ້ງປີໜ້າ ຫຼື ບໍ່, ພາຍຫຼັງທີ່ກ່ອນໜ້ານີ້ທ່ານ ເທັດ ຄຼູສ ສະມາຊິກສະພາສະຫະລັດຈາກລັດເທັກຊັສ ກ່າວວ່າ: ເປັນໄປບໍ່ໄດ້ທີ່ສະຫະລັດ ແລະ ປະເທດພັນທະມິດຈະຍອມຮັບຄວາມເປັນທຳຂອງການເລືອກຕັ້ງໃນກຳປູເຈຍປີໜ້າ ຈົນກວ່າລັດຖະບານກຳປູເຈຍ ຈະປ່ອຍຕົວທ່ານ ເຂັມ ສຸຂາ ຜູ້ນຳພັກຝ່າຍຄ້ານກຳປູເຈຍ ທີ່ຖືກຈັບໃນຂໍ້ຫາວ່າເປັນກະບົດ.

ລັດຖະບານຂອງສົມເດັດ ຮຸນເຊນ ຕ້ອງພົບກັບແຮງກົດດັນຈາກລັດຖະບານປະເທດຕ່າງໆຢ່າງຕໍ່ເນື່ອງ ພາຍຫຼັງທີ່ ທ່ານ ເຂັມ ສຸຂາ ຖືກຈັບກຸ່ມດ້ວຍຂໍ້ກ່າວຫາວ່າເປັນກະບົດຕໍ່ແຜ່ນດິນ ແລະ ວາງແຜນລັບ ສົມຮູ້ຄວາມຄິດກັບຊາວຕ່າງປະເທດເພື່ອຮຸກຮານປະເທດ ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ.

ນອກຈາກນີ້ ລັດຖະບານຂອງສົມເດັດ ຮຸນເຊນ ຍັງສັ່ງປິດສະຖານນີວິທະຍຸຫຼາຍແຫ່ງ ລວມທັງ The Cambodia Daily ທີ່ເປັນສື່ສິ່ງພິມ ເຫດຜົນວ່າສຳນັກພິມດັ່ງກ່າວບໍ່ໄດ້ຈ່າຍພາສີ ແລະ ສັ່ງເກັບພາສີຄືນຫຼັງ 8 ປີ ຕົກເປັນເງິນປະມານ 6 ລ້ານ 3 ແສນ ໂດລາສະຫະລັດ ທ່າມກາງທີ່ຫຼາຍຝ່າຍທີ່ອອກມາວິພາກວິຈານວ່າ ສົມເດັດ ຮຸນເຊນ ຕ້ອງການນັ່ງຕຳແໜ່ງລັດຖະມົນຕີກຳປູເຈຍຕໍ່ອີກໜຶ່ງສະໄໝ ແລະ ພະຍາຍາມກຳຈັດ, ຫຼຸດບົດບາດຄູ່ແຂ່ງທາງການເມືອງ ບໍ່ວ່າຈະເປັນພັກຝ່າຍຄ້ານ, ຜູ້ທີ່ຕໍ່ຕ້ານທາງການເມືອງ, ອົງກອນ NGO ແລະ ສື່ ກ່ອນທີ່ຈະມີການເລືອກຕັ້ງໃນປີໜ້າ.

ຂະນະທີ່ ສົມເດັດ ຮຸນເຊນ ຢືນຢັນໜັກແໜ້ນວ່າ ທ່ານມຸ່ງໝັ້ນທີ່ຈະປະຕິບັດຕາມຫຼັກປະຊາທິປະໄຕແບບຫຼາຍພັກ ດ້ວຍການຈັດໃຫ້ມີການເລືອກຕັ້ງ ພ້ອມລະບຸວ່າ ບໍ່ມີກົດໝາຍທີ່ບັນຍັດໄວ້ວ່າໃຫ້ໜ່ວຍງານຕ່າງປະເທດເຂົ້າມາມີສ່ວນຮ່ວມໃນການເລືອກຕັ້ງແຕ່ຢ່າງໃດ ເພາະສະນັ້ນ, ທຸກຝ່າຍບໍ່ຄວນຂົ່ມຂູ່ກຳປູເຈຍ ວ່າຈະບໍ່ຍອມຮັບການເລືອກຕັ້ງ.

ໃນດ້ານຂອງອະດີດຜູ້ນຳພັກຝ່າຍດ້ານກຳປູເຈຍ ທ່ານ ສົມ ຣັງສີ ທີ່ລີ້ໄພການເມືອງຢູ່ຕ່າງປະເທດກ່າວວ່າ ຫາກສົມເດັດ ຮຸນເຊນ ຍັງພະຍາຍາມຢຶດຄອງອຳນາດຢູ່ ການແກ້ບັນຫາວິກິດການເມືອງອາດເປັນໄປໄດ້ຍາກ.

No comments

Powered by Blogger.