ເກົາຫຼີໃຕ້ ເຕືອນ ສ.ອາເມຣິກາ ຢ່າເຮັດສົງຄາມກັບເກົາຫຼີເໜືອ ຖ້າເກົາຫຼີໃຕ້ບໍ່ຍອມ - ອິດສະຫຼະ

ເກົາຫຼີໃຕ້ ເຕືອນ ສ.ອາເມຣິກາ ຢ່າເຮັດສົງຄາມກັບເກົາຫຼີເໜືອ ຖ້າເກົາຫຼີໃຕ້ບໍ່ຍອມ



ສຳນັກຂ່າວຕ່າງປະເທດລາຍງານ 16 ພະຈິກ 2017 ວ່າ: ທ່ານ ນາງ ຊູ ມິ-ແອ ຫົວໜ້າພັກມິນຈູ ເຊິ່ງເປັນພັກລັດຖະບານເກົາຫຼີໃຕ້ຊຸດປັດຈຸບັນກ່າວວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ບໍ່ຄວນໃຊ້ປະຕິບັດການທາງທະຫານໂຈມຕີເກົາຫຼີເໜືອໂດຍເດັດຂາດ ຖ້າບໍ່ໄດ້ຮັບການຍິນຍອມຈາກລັດຖະບານເກົາຫຼີໃຕ້ກ່ອນ.

ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແລະ ທ່ານ ນາງ ຊູ ມິ-ແອ ຫົວໜ້າພັກມິນຈູ

ໂດຍທ່ານ ນາງ ຊູ ກ່າວທີ່ສະຖາບັນການສຶກສາໃນນະຄອນຫຼວງວໍຊິງຕັ້ນວ່າ: ທ່ານ ທຣຳ ກ່າວຢ້ຳມາຕະຫຼອດວ່າ ໄດ້ພິຈາລະນາທາງເລືອກໄວ້ທຸກທາງໃນການແກ້ໄຂບັນຫາເກົາຫຼີເໜືອ ເຊິ່ງເກົາຫຼີໃຕ້ຕ້ອງການໃຫ້ໝັ້ນໃຈວ່າ ສົງຄາມບໍ່ແມ່ນທາງເລືອກໃນຄັ້ງນີ້ ແລະ ສະຫະລັດບໍ່ຄວນເດີນໜ້າໃຊ້ກຳລັງທະຫານໂດຍປາສະຈາກຄວາມເຫັນດີຈາກເກົາຫຼີໃຕ້, ທຸກຝ່າຍຄວນຫາທາງອອກດ້ວຍວິທີການສັນຕິ ເຊິ່ງທ່ານ ນາງ ຍັງກ່າວດ້ວຍຄວາມເປັນຫ່ວງວ່າສະຫະລັດ ຈະໃຊ້ກຳລັງໂຈມຕີໂຄງການນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ ເຊິ່ງຈະຍິ່ງເຮັດໃຫ້ເກົາຫຼີເໜືອໂຈມຕີກັບມາທີ່ເກົາຫຼີໃຕ້, ແລະ ຄາດວ່າທ່ານ ນາງ ຊູ ຈະເຂົ້າພົບກັບເຈົ້າໜ້າທີ່ລັດຖະບານລະດັບສູງຂອງສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ.

No comments

Powered by Blogger.