ຜູ້ປະກາດຂ່າວທີ່ໂລກຕ້ອງຮັບຮູ້ "ຣີ ຊຸນ ຮີ" ຈະປາກົດຕົວທຸກຄັ້ງທີ່ມີເຫດການສຳຄັນໃນເກົາຫຼີເໜືອ - ອິດສະຫຼະ

ຜູ້ປະກາດຂ່າວທີ່ໂລກຕ້ອງຮັບຮູ້ "ຣີ ຊຸນ ຮີ" ຈະປາກົດຕົວທຸກຄັ້ງທີ່ມີເຫດການສຳຄັນໃນເກົາຫຼີເໜືອ



ເມື່ອໃດກໍ່ຕາມທີ່ "ປະເທດເກົາຫຼີເໜືອ" ເກີດເຫດການສຳຄັນລະດັບຊາດ ແລະ ຕ້ອງມີການກະຈາຍຂ່າວອອກໄປໃຫ້ປະຊາຊົນໃນປະເທດ ແລະ ທົ່ວໂລກໄດ້ຮັບຮູ້ໂດຍທົ່ວເຖິງກັນ ຜູ້ທີ່ຈະມາເຮັດໜ້າທີ່ເປັນ "ຜູ້ປະກາດຂ່າວ" ເພື່ອເຜີຍແຜ່ຂ່າວໃຫຍ່ເຫຼົ່ານັ້ນສູ່ສາຍຕາຊາວໂລກຈະເປັນໃຜໄປບໍ່ໄດ້ ນອກຈາກທ່ານ ນາງ ຣີ ຊຸນ ຮີ (Ri Chun Hee).

ທ່ານ ນາງ ຣີ ຊຸນ ຮີ ຜູ້ປະກາດຂ່າວອາວຸໂສເພດຍິງທີ່ຊົງອິດທິພົນທີ່ສຸດ ແລະ ມີຊື່ສຽງທີ່ສຸດແຫ່ງວົງການໂທລະພາບເກົາຫຼີເໜືອ ທ່ານ ນາງ ມີອາຍຸ 74 ປີ ເປັນຜູ້ປະກາດຂ່າວປະຈຳສະຖານນີໂທລະພາບ KCTV (Korean Central Television) ທີ່ເປັນກະບອກສຽງຫຼັກຂອງລັດຖະບານເກົາຫຼີເໜືອ, ທ່ານ ນາງ ຣີ ຊຸນ ຮີ ຈົບການສຶກສາທາງດ້ານສິລະປະການສະແດງ ຈາກມະຫາວິທະຍາໄລລະຄອນເວທີ ແລະ ຮູບເງົາແຫ່ງປຽງຢາງ (Pyongyang University of Theatre and Film) ຫຼັງຈາກນັ້ນທ່ານ ນາງ ກໍ່ໄດ້ເຂົ້າເຮັດວຽກທີ່ສະຖານນີໂທລະພາບ KCTV, ໂດຍປາກົດຕົວຢູ່ໃນໜ້າຈໍຄັ້ງທຳອິດເມື່ອປີ 1974 ເຊິ່ງໃນຕອນນັ້ນທ່ານ ນາງ ເຮັດໜ້າທີ່ເຜີຍແຜ່ຂ່າວໂຄສະນາຂອງລັດຖະບານ ແລະ ດ້ວຍຄວາມສາມາດອັນໂດດເດັ່ນ ທັງໃນດ້ານຂອງວາທະສິນ, ນ້ຳສຽງທີ່ຊວນຟັງ, ການສະແດງອາລົມຜ່ານທາງສີໜ້າ ແລະ ແວວຕາ ທ່ານ ນາງ ຈຶ່ງໄດ້ເວລາພຽງ 3 ປີເທົ່ານັ້ນ ກໍ່ໄດ້ເລື່ອນຂັ້ນເປັນຫົວໜ້າຜູ້ປະກາດຂ່າວຢ່າງວ່ອງໄວ.

ຫຼັງຈາກນັ້ນທ່ານ ນາງ ກໍ່ຈະໄດ້ຮັບມອບໝາຍໃຫ້ເຮັດໜ້າທີ່ເປັນຜູ້ປະກາດຂ່າວໃຫຍ່ລະດັບປະເທດຢູ່ສະເໝີ ບໍ່ວ່າຈະເປັນການປະກາດຜົນການທົດລອງຂີປະນາວຸດ, ການທົດລອງລະເບີດນິວເຄຼຍ ລວມໄປເຖິງຂ່າວການເຖິງແກ່ກຳຂອງທ່ານ ຄິມ ອິວ-ຊຸງ ຜູ້ກໍ່ຕັ້ງປະເທດ ແລະ ທ່ານ ຄິມ ຈອງ-ອິວ ອະດີດຜູ້ນຳເກົາຫຼີເໜືອ ທີ່ມີສັກເປັນປູ່ ແລະ ພໍ່ຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳປະເທດຄົນປັດຈຸບັນ ແລະ ລ່າສຸດທ່ານນາງ ກໍ່ໄດ້ຮັບໜ້າທີ່ໃນການອອກຖະແຫຼງຂ່າວໃຫຍ່ດ້ວຍສີໜ້າຊື່ນຊົມຍິນດີ ແລະ ພາກພູມໃຈກັບເກົາຫຼີເໜືອທີ່ປະສົບຄວາມສຳເລັດໃນການທົດລອງລະເບີດນິວເຄຼຍຄັ້ງທີຫົກ ເຊິ່ງຂ່າວນີ້ຖືເປັນຂ່າວໃຫຍ່ທີ່ສະເທືອນໄປທົ່ວທຸກພູມມິພາກຂອງໂລກ.

ຮຽກໄດ້ວ່າ ທ່ານ ນາງ ຣີ ຊຸນ ຮີ ປຽບດັ່ງ "ໂຄສົກຂອງລັດຖະບານເກົາຫຼີເໜືອ" ກໍ່ວ່າໄດ້ ເຖິງແມ່ນວ່າທ່ານ ນາງ ຈະເຄີຍປະກາດອຳລາວົງການໄປແລ້ວເມື່ອປີ 2012 ແຕ່ເມື່ອໃດກໍ່ຕາມທີ່ມີຂ່າວສຳຄັນ ທ່ານ ນາງ ຈະຫວນກັບມາເປັນຜູ້ປະກາດຂ່າວນັ້ນດ້ວຍຕົວເອງເປັນປະຈຳ, ນັກວິເຄາະຈຶ່ງຄາດການວ່າ ຫາກເກົາຫຼີເໜືອຈະເລີ່ມຕົ້ນເຮັດສົງຄາມແບບເຕັມຕົວກັບປະເທດໃດໜຶ່ງ ຜູ້ທີ່ຮັບໜ້າທີ່ເຜີຍແຜ່ຂ່າວນັ້ນອອກມາກໍ່ຄົງຈະເປັນໃຜໄປບໍ່ໄດ້ນອກຈາກ ທ່ານ ນາງ ຣີ ຊຸນ ຮີ ຜູ້ປະກາດຂ່າວຍິງອາວຸໂສໃນຊຸດຮັນບົກທີ່ເປັນຊຸດປະຈຳຊາດ ສີບົວ ເຈົ້າຂອງສາຍາ "Pink Lady" ຄົນນີ້ ແລະ ວິດີໂອລຸ່ມນີ້ເປັນລີລາການປະກາດຂ່າວຂອງທ່ານ ນາງ ຣີ ຊຸນ ຮີ ຕໍ່ກັບຜົນສຳເລັດໃນການທົດລອງລະເບີດໄຮໂດຼເຈັນ ຫຼື H-Bomb ເມື່ອເດືອນກັນຍາ 2017 ທີ່ຜ່ານມາ.



No comments

Powered by Blogger.