ສະພາລ່າງລັດເຊຍຜ່ານຮ່າງກົດໝາຍ ຂຶ້ນທະບຽນສື່ຕ່າງປະເທດ ໃນຖານະຕົວລັດ - ອິດສະຫຼະ

ສະພາລ່າງລັດເຊຍຜ່ານຮ່າງກົດໝາຍ ຂຶ້ນທະບຽນສື່ຕ່າງປະເທດ ໃນຖານະຕົວລັດ



ສຳນັກຂ່າວຕ່າງປະເທດລາຍງານ 16 ພະຈິກ 2017 ວ່າ: ສະພາດູມາ (Duma) ຫຼື ສະພາລ່າງຂອງລັດເຊຍຜ່ານຮ່າງກົດໝາຍ ໃຫ້ສື່ມ່ວນຊົນຈາກຕ່າງປະເທດຕ້ອງຂຶ້ນທະບຽນກັບລັດຖະບານ ໃນຖານະ "ຕົວແທນລັດຖະບານຕ່າງປະເທດ" ພາຍຫຼັງທີ່ພຽງບໍ່ພໍເທົ່າໃດວັນທີ່ສຳນັກຂ່າວໃຫຍ່ຂອງລັດເຊຍຕ້ອງຂຶ້ນທະບຽນແບບດຽວກັນທີ່ສະຫະລັດ ອາເມຣິກາ.


ໂດຍໃນກອງປະຊຸມສະພາຜູ້ແທນຂອງລັດເຊຍ ຫຼື ສະພາດູມາ (Duma) ມີມະຕິສຽງສ່ວນໃຫຍ່ເມື່ອວັນພຸດທີ່ຜ່ານມາ ໃຫ້ສື່ມວນຊົນຕ່າງປະເທດທີ່ມີສຳນັກງານຢູ່ໃນລັດເຊຍຕ້ອງຂຶ້ນທະບຽນໃນຖານະ "ເຈົ້າໜ້າທີ່ລັດຖະບານຕ່າງປະເທດ" ເຊິ່ງການລົງມະຕິດັ່ງກ່າວຖືເປັນການແກ້ໄຂເພີ່ມເຕີມສຳລັບກົດໝາຍສະບັບປີ 2012 ທີ່ອົງກອນອິດສະຫຼະບໍ່ສະແຫວງຫາຜົນກຳໄລ (NGO) ທຸກແຫ່ງໃນລັດເຊຍຕ້ອງຂຶ້ນທະບຽນໃນຖານະ "ຕົວແທນລັດຖະບານຕ່າງປະເທດ".


ເຖິງແມ່ນວ່າຮ່າງກົດໝາຍຍັງຕ້ອງຜ່ານການອະທິປາຍ ແລະ ລົງມະຕິຈາກສະພາສູງ ທີ່ຄາດວ່າຈະມີການປະຊຸມເລື່ອງນີ້ໃນອາທິດໜ້າ ແຕ່ທຸກຝ່າຍເຊື່ອວ່າບໍ່ແມ່ນອຸປະສັກ ແລະ ຮ່າງກົດໝາຍຈະມີຜົນບັງຄັບໃຊ້ທັນທີ່ທີ່ໄດ້ຮັບການລົງນາມຈາກທ່ານ ປູຕິນ ປະທານປະເທດ, ຂະນະທີ່ທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດລັດເຊຍ ກ່າວວ່າຖືເປັນຄັ້ງທຳອິດທີ່ລັດຖະບານລັດເຊຍບັງຄັບໃຊ້ມາດຕະການດັ່ງກ່າວກັບສື່ມວນຊົນຕ່າງປະເທດ ແລະ ເຕືອນຢ່າງກົງໄປກົງມາວ່າ ອາດມີການບັງຄັບໃຊ້ກັບຜູ້ສື່ຂ່າວຊາວອາເມຣິກາ "ເປັນລາຍບຸກຄົນ".

ຂະນະທີ່ແຫຼ່ງຂ່າວໃນລັດຖະບານລັດເຊຍເປີດເຜີຍວ່າ ສະຖານນີວິທະຍຸ Radio Free Europe/Radio Liberty ແລະ ສະຖານນີວິທະຍຸ Voice of America ຫຼື VOA ພາກສາພາລັດເຊຍ ເຊິ່ງເປັນສື່ມວນຊົນທີ່ໄດ້ຮັບງົບສະໜັບສະໜູນຈາກກະຊວງການຕ່າງປະເທດສະຫະລັດ ໄດ້ຮັບການແຈ້ງເຕືອນຈາກກະຊວງຍຸດຕິທຳຂອງລັດເຊຍແລ້ວ ກ່ຽວກັບການໃຫ້ກຽມຈົດທະບຽນໃນຖານະຕົວແທນລັດຖະບານຕ່າງປະເທດ.

ເຊິ່ງການເຄື່ອນໄຫວຂອງສະພາດູມາໃນເລື່ອງນີ້ເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ພາຍຫຼັງທີ່ສະຖານນີໂທລະພາບ Russia Today ຫຼື RT ປະຈຳພູມມິພາກອາເມຣິກາເໜືອ ເຊິ່ງເປັນສື່ທີ່ໄດ້ຮັບງົບປະມານສະໜັບສະໜູນຈາກທຳນຽມເຄຼມລິນ ຂຶ້ນທະບຽນກັບກະຊວງຍຸດຕິທຳຂອງສະຫະລັດ ໃນຖານະ "ຕົວແທນລັດຖະບານຕ່າງປະເທດ" ໂດຍພະນັກງານສືບສວນຂອງລັດຖະບານສະຫະລັດ ເຊື່ອວ່າ RT ເປັນສຳນັກຂ່າວທີ່ "ມີບົດບາດ" ໃນການແຊກແຊງທາງການເມືອງຂອງລັດເຊຍຕໍ່ການເລືອກຕັ້ງປະທານປະເທດສະຫະລັດ ເມື່ອປີທີ່ຜ່ານມາ.



No comments

Powered by Blogger.