ທໍ່ສົ່ງນ້ຳມັນໃນບາເຣນລະເບີດ ເຈົ້າໜ້າທີ່ອ້າງອີຣານຢູ່ເບື້ອງຫຼັງ - ອິດສະຫຼະ

ທໍ່ສົ່ງນ້ຳມັນໃນບາເຣນລະເບີດ ເຈົ້າໜ້າທີ່ອ້າງອີຣານຢູ່ເບື້ອງຫຼັງ



ສຳນັກຂ່າວຕ່າງປະເທດລາຍງານ 11 ພະຈິກ 2017 ວ່າ: ເກີດເຫດລະເບີດ ແລະ ໄຟລຸກໄໝ້ທໍ່ສົ່ງນ້ຳມັນ ໃນເຂດໝູ່ບ້າບບູຣີ ຫ່າງຈາກນະຄອນຫຼວງມານາມາ ຂອງປະເທດບາເຣນໄປທາງທິດໃຕ້ປະມານ 15 ກມ ໜ່ວຍກູ້ໄພສາມາດຄວບຄຸມເພີງໄວ້ໄດ້ໃນຕອນເຊົ້າວັນເສົາທີ່ຜ່ານມາ ແລະ ບໍລິສັດນ້ຳມັນແຫ່ງຊາດບາເຣນ ປີໂຕຼລຽມ ຄອມພານີ ໄດ້ປິດການໄຫຼຂອງນ້ຳມັນໄປຕາມທໍ່ສົ່ງດັ່ງກ່າວ.

ບາເຣນເປັນປະເທດພັນທະມິດສຳຄັນຂອງຕາເວັນຕົກ ແລະ ເປັນທີ່ຕັ້ງຂອງກອງເຮືອທີ 5 ກອງທັບເຮືອສະຫະລັດ ອາເມຣິກາ ທີ່ຕ້ອງເພິ່ງພາບໍ່ນ້ຳມັນອາບູ ຊາຟາ, ສຳລັບນ້ຳມັນສ່ວນໃຫຍ່ທີ່ໃຊ້ໃນປະເທດບາເຣນກໍ່ແມ່ນມາຈາກ ບໍ່ອາບູ ຊາຟາ ເຊິ່ງບາເຣານເປັນເຈົ້າຂອງຮ່ວມກັບອາຣັບບີ ຊາອູດິດ ທີ່ເປັນປະເທດເພື່ອນບ້ານ ໂດຍນ້ຳມັນເຂົ້າສູ່ບາເຣນດ້ວຍການສົ່ງຜ່ານທໍ່ໄລຍະ 55 ກມ ໃນປະລິມານມື້ລະ 230,000 ບາເຣວ.

ຖະແຫຼງການຂອງ ຊິດ ຮາຊິດ ບິນດຸນລາ ອັນ-ຄາລິຟາ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບບາເຣນ ເມື່ອວັນເສົາທີ່ຜ່ານມາກ່າວວ່າ ເຫດການທີ່ເກີດຂຶ້ນເປັນການກໍ່ຄວາມຮຸນແຮງ ແລະ ເປັນການກໍ່ການຮ້າຍ ທີ່ມີເປົ້າມາຍເພື່ອທຳລາຍຜົນປະໂຫຍດລະດັບສູງຂອງປະເທດ ແລະ ຄວາມປອດໄພຂອງປະຊາຊົນບາເຣນ "ການກໍ່ການຮ້າຍຫຼາຍຄັ້ງໃນປະເທດ ໃນໄລຍະເວລາບໍ່ດົນມານີ້ ແມ່ນດຳເນີນການໂດຍຜ່ານການຕິດຕໍ່ໂດຍກົງ ແລະ ໄດ້ຮັບຄຳສັ່ງຈາກອີຣານ".


ປະເທດບາເຣນ ເປັນປະເທດທີ່ປົກຄອງດ້ວຍລະບອບກະສັດ ທີ່ປະຊາກອນສ່ວນໃຫຍ່ເປັນຊາວນິກາຍຊີອະ ແຕ່ປົກຄອງດ້ວຍລາຊະວົງນິກາຍສຸໜີ່ ເຊິ່ງທີ່ຜ່ານມາໄດ້ເກີດຄວາມຮຸນແຮງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ການປາບປາມການປະທ້ວງ "ອາຣັບ ສະປຼິງ" ຂອງຊາວຊີວະໃນປີ 2011 ໂດຍຜູ້ປະທ້ວງຮຽກຮ້ອງໃຫ້ລາຊະວົງຢູ່ພາຍໃຕ້ລັດຖະທຳມະນູນ ແລະ ນາຍົກລັດຖະມົນຕີຕ້ອງມາຈາກການເລືອກຕັ້ງ, ເຊິ່ງເກີດການໂຈມຕີດ້ວຍລະເບີດ ແລະ ການບຸກຍິງເຈົ້າໜ້າທີ່ຄວາມໝັ້ນຄົງບາເຣນເປັນໄລຍະໆນັບຕັ້ງແຕ່ນັ້ນມາ ແລະ ທາງການບາເຣນກ່າວຫາມາໂດຍຕະຫຼອດວ່າອີຣານເປັນຜູ້ຢູ່ເບື້ອງຫຼັງ.

ແຕ່ອີຣານປະຕິເສດວ່າ: ບໍ່ມີບົດບາດໃດໆ ໃນຄວາມບໍ່ສະຫງົບໃນບາເຣນ.

No comments

Powered by Blogger.