ກອງທັບອາກາດເອຢິບ ຍິງທຳລາຍລົດຂົນອາວຸດກຸ່ມກໍ່ການຮ້າຍ ທີ່ພະຍາຍາມຂ້າມຊາຍແດນ (ວິດີໂອ) - ອິດສະຫຼະ

ກອງທັບອາກາດເອຢິບ ຍິງທຳລາຍລົດຂົນອາວຸດກຸ່ມກໍ່ການຮ້າຍ ທີ່ພະຍາຍາມຂ້າມຊາຍແດນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 11 ພະຈິກ 2017 ວ່າ: ໂຄສົກກອງທັບເອຢິບເປີດເຜີຍເມື່ອວັນເສົາທີ່ຜ່ານມາວ່າ: ກອງທັບອາກາດເອຢິບໄດ້ທຳລາຍລົດຂົນອາວຸດ 10 ຄັນ ທີ່ບັນທຸກອາວຸດຍຸດໂທປະກອບມາເຕັມຄັນ ໃນຂະນະທີ່ກຳລັງພະຍາຍາມຈະເຂົ້າມາໃນປະເທດເອຢິບເບື້ອງຊາຍແດນທິດຕາເວັນຕົກທີ່ຕິດກັບພາກຕາເວັນອອກຂອງລີບີ ໂດຍກອງທັບອາກາດໄດ້ເສີມກຳລັງໃນການທຳລາຍລ້າງ ແລະ ສາມາດຍິງໂຈມຕີເປົ້າໝາຍໄດ້ຢ່າງແມ້ນຢຳໃສ່ລົດຂົນອາວຸດທັງ 10 ຄັນດັ່ງກ່າວ ແລະ ຍັງສາມາດຂ້າກຸ່ມກໍ່ກາຍຮ້າຍທີ່ຂົນອາວຸດນັ້ນມາໄດ້ອີກດ້ວຍ.

ຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ ກອງທັບອາກາດເອຢິບໄດ້ທຳລາຍລົດຂົນອາວຸດເຖື່ອນໄປແລ້ວຢ່າງໜ້ອຍ 100 ຄັນ ທີ່ພະຍາຍາມຂ້າມຊາຍແດນເອຢິບ-ລີບີ, ເຊິ່ງລັດຖະບານເອຢິບມີຄວາມເປັນຫ່ວງຕໍ່ບັນຫາດັ່ງກ່າວຫຼາຍ ໂດຍສະເພາະແມ່ນຈຸດຮ່ວມຊາຍແດນ 1,200 ກິໂລແມັດເບື້ອງຕາເວັນຕົກທີ່ຕິດກັບລີບີ ອັນເປັນຈຸດໝາຍປາຍທາງໃນການລັກລອບຄ້າອາວຸດຂອງກຸ່ມກໍ່ການຮ້າຍໃນໄລຍະຫຼາຍປີຜ່ານມາ.



No comments

Powered by Blogger.