ສອງນັກຂ່າວວິທະຍຸເອເຊຍເສລີ ຖືກກຳປູເຈຍຕັ້ງຂໍ້ຫາເປັນ "ສາຍລັບ" ສົ່ງຂໍ້ມູນລັບໃຫ້ລັດຕ່າງປະເທດ - ອິດສະຫຼະ

ສອງນັກຂ່າວວິທະຍຸເອເຊຍເສລີ ຖືກກຳປູເຈຍຕັ້ງຂໍ້ຫາເປັນ "ສາຍລັບ" ສົ່ງຂໍ້ມູນລັບໃຫ້ລັດຕ່າງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2018 ວ່າ: ຜູ້ສື່ຂ່າວຊາວກຳປູເຈຍ 2 ຄົນ ທີ່ເຮັດວຽກໃຫ້ກັບສະຖານນີວິທະຍຸເອເຊຍເສລີ (RFA) ຂອງສະຫະລັດ ອາເມຣິກາ ຖືກສານກຳປູເຈຍຕັ້ງຂໍ້ຫາວ່າເປັນ "ສາຍລັບ"  ໂດຍທ້າວ ອວຍ ຊິນ ແລະ ທ້າວ ຢຽງ ໂສເຈຍເມດຕາ ຖືກຈັບກຸ່ມເມື່ອວັນອັງຄານທີ 14 ພະຈິກ 2017 ທີ່ຜ່ານມາ ໃນຂໍ້ຫາຕ້ອງສົງໄສວ່າມີການສົ່ງຂໍ້ມູນໃຫ້ກັບລັດຕ່າງປະເທດ ຈາກການເປີດເຜີຍຂອງທ່ານ ໄລ ໂສພະນາ ໂຄສົກສານແຂວງພະນົມເປັນ ເມື່ອວັນເສົາທີ່ຜ່ານມາ ໂດຍທັງສອງເຮັດວຽກໃຫ້ກັບ RFA ທີ່ມີສຳນັກງານໃຫຍ່ຢູ່ວໍຊິງຕັນ ສະຫະລັດ ອາເມຮິກາ ແລະ ອອກອາກາດກະຈາຍສຽງເປັນສາພາຂະເມນມາດົນກວ່າ 20 ປີ ກ່ອນຈະປິດຕົວລົງໃນເດືອນກັນຍາ ທີ່ຜ່ານມາ, ໂດຍອ້າງວ່າຖືກລັດຖະບານກຳປູເຈຍຂົ່ມຂູ່.

ທ່ານ ໄລ ກ່າວວ່າ ທ້າວ ອວນ ແລະ ທ້າວ ຢຽງ ສົ່ງຂໍ້ມູນທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງປະເທດ ໃຫ້ກັບລັດຕ່າງປະເທດ ເຈົ້າໜ້າທີ່ຈະສົ່ງຕົວບຸກຄົນທັງສອງໃຫ້ຜູ້ພິພາກສາຝ່າຍສືບສວນດຳເນີນການຕໍ່ໄປ.

ເຖິງຢ່າງໃດກໍ່ຕາມ RFA ກ່າວວ່າ ບໍ່ມີຄວາມກ່ຽວຂ້ອງກັບບຸກຄົນທັງສອງ ເຊິ່ງ ທ່ານ ໂຣທິດ ມະຫາຈັນ ໂຄສົກ RFA ໃຫ້ສຳພາດກັບສຳນັກຂ່າວ Reuters ຜ່ານທາງອີເມວ ກ່ອນການຕັ້ງຂໍ້ຫາວ່າ ກຳລັງຕິດຕາມສະຖານະການດ້ວຍຄວາມເປັນຫ່ວງຢ່າງຍິງ.

ທາງດ້ານທ່ານ ຂຽວ ວັນນີ ທະນາຍຄວາມສອງຜູ້ສື່ຂ່າວທັງສອງຄົນກ່າວວ່າ ຂໍ້ຫາທີ່ຕັ້ງຮຸນແຮງເກີນໄປ ເພາະທັງສອງພຽງແຕ່ເຮັດຕາມໜ້າທີ່ຂອງຜູ້ສື່ຂ່າວ ຂໍ້ຫາຕາມທີ່ສານຕັ້ງ ຫາກຖືກຕັດສິນວ່າມີຄວາມຜິດຈິງ ກົດໝາຍກຳປູຈເຍກຳນົດໂທດໄວ້ສູງສຸດບໍ່ເກີນ 15 ປີ.

No comments

Powered by Blogger.