ສ.ອາເມຣິກາອ້າງອີງພາບຖ່າຍດາວທຽມວ່າ: ເກົາຫຼີເໜືອກຳລັງສ້າງເຮືອດຳນ້ຳ ຕິດຂີປະນາວຸດ - ອິດສະຫຼະ

ສ.ອາເມຣິກາອ້າງອີງພາບຖ່າຍດາວທຽມວ່າ: ເກົາຫຼີເໜືອກຳລັງສ້າງເຮືອດຳນ້ຳ ຕິດຂີປະນາວຸດ



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ສະຖາບັນວິໄຈໃນສະຫະລັດ ອາເມຣິກາ 38North ທີ່ຕິດຕາມການເຄື່ອນໄຫວຂອງເກົາຫຼີເໜືອມາໂດຍຕະຫຼອດ ເຜີຍແຜ່ພາບຖ່າຍດາວທຽມ ທີ່ເປັນພາບບໍລິເວນອູ່ຕໍ່ເຮືອຊິນໂປ ຂອງເກົາຫຼີເໜືອ ສະແດງໃຫ້ເຫັນວ່າ ເກົາຫຼີເໜືອ ກຳລັງກໍ່ສ້າງເຮືອດຳນ້ຳ ເຊິ່ງອາດຈະເປັນເຮືອດຳນ້ຳຕິດຂີປະນາວຸດ ຖ້າຫາກແມ່ນຄວາມຈິງຈະເປັນລຳທຳອິດຂອງປະເທດທີ່ສ້າງເອງ.


38 North ລະບຸວ່າ: ພາບຖ່າຍບົ່ງບອກໃຫ້ເຫັນຊິ້ນສ່ວນທີ່ເປັນລຳເຮືອດຳນໍ້າ ແລະ ຍັງມີວັດຖຸຄ້າຍທໍ່ກົມຂະໜາດໃຫຍ່ 2 ອັນ ທີ່ອາດຈະເປັນສ່ວນປະກອບຂອງລຳເຮືອດຳນ້ຳ ແລະ ເຫັນໄດ້ຊັດເຈນວ່າເຮືອລຳນີ້ມີຂະໜາດໃຫຍ່ກວ່າເຮືອດຳນ້ຳລຸ້ນທົດລອງ ສ່ວນສິ່ງທີ່ຊ່ວຍຢືນຢັນວ່າ ເຮືອດຳນ້ຳລຳນີ້ອາດເປັນເຮືອດຳນ້ຳຕິດຂີປະນາວຸດ ເພາະພົບຊິ້ນສ່ວນມີລັກສະນະຄືແທ່ນຍິງຂີປະນາວຸດສຳລັບເຮືອດຳນ້ຳຕິດຕັ້ງຢູ່.


ການຄົ້ນພົບຄັ້ງນີ້ ສອດຄ່ອງກັບຂ່າວທີ່ຜູ້ຊ່ຽວຊານລະບຸວ່າ ເກົາຫຼີເໜືອກຳລັງພັດທະນາຈະຫຼວດເຊື້ອໄຟຊະນິດແຂງ ເພື່ອໃຊ້ຕິດຕັ້ງໃນເຮືອດຳນ້ຳ, ນອກຈາກນີ້ ລັດຖະບານເກົາຫຼີເໜືອຍັງມີຄວາມຸ່ງໝັ້ນທີ່ຈະພັດທະນາຂີປະນາວຸດພິໄສໄກຂ້າມທະວີບ ຫຼື ICBM ທີ່ສາມາດຍິງຫົວຮົບນິວເຄຼຍໄປໂຈມຕີແຜ່ນດິນໃຫຍ່ຂອງສະຫະລັດໄດ້ ເຊິ່ງສ້າງຄວາມເປັນຫ່ວງໃຫ້ກັບບັນດາປະເທດຕ່າງໆ ໂດຍສະເພາະສະຫະລັດ, ໃນຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ກ່າວມາໂດຍຕະຫຼອດວ່າ ສະຫະລັດຢືນຢັນວ່າ: ພ້ອມທີ່ຈະພິຈາລະນາທຸກມາດຕະການເພື່ອຕອບໂຕ້ເກົາຫຼີເໜືອທຸກຮູບແບບ ເຊິ່ງລວມເຖິງການປະຕິບັດການທາງການທະຫານດ້ວຍ.



No comments

Powered by Blogger.