ນັກບິນຄຶກຄະນອງແຕ້ມຮູບ "ໂxຍ" ກາງອາກາດ ຖືກກອງທັບສະຫະລັດສັ່ງພັກວຽກແລ້ວ - ອິດສະຫຼະ

ນັກບິນຄຶກຄະນອງແຕ້ມຮູບ "ໂxຍ" ກາງອາກາດ ຖືກກອງທັບສະຫະລັດສັ່ງພັກວຽກແລ້ວ




ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ກອງທັບສະຫະລັດ ອາເມຣິກາ ຖະແຫຼງຍອມຮັບວ່າ ມີນັກບິນຄົນໜຶ່ງທີ່ຄຶກຄະນອງໃຊ້ໄອພົນຂອງຍົນ ສ້າງຮ່ອງຮອຍເປັນຮູບ "ອະໄວຍະວະເພດຊາຍ" ຂະໜາດໃຫຍ່ ເໜືອນ່ານຟ້າເຂດໂອຄາໂນແກນ ລັດວໍຊິງຕັນ ເມື່ອວັນພະຫັດທີ່ຜ່ານມາ ແລະ ຖືກເຜີຍແຜ່ໄປໃນໂລກອອນລາຍຢ່າງວ່ອງໄວ.

ໂດຍ ນາວາຕີ ເລສລີ ຮັບເບວ ໂຄສົກກອງທັບ ຖະແຫຼງລະບຸວ່າ ກອງທັບປະນາມຕໍ່ຄວາມບໍ່ເປັນມືອາຊີບຂອງນັກບິນຄົນດັ່ງກ່າວ ແລະ ຢ້ຳວ່າບຸກຄະລາກອນຂອງກອງທັບຄວນປະຕິບັດຕົນຢ່າງສົມກຽດ ແລະ ຄວນເຄົາລົບສັງຄົມ ໂດຍກອງທັບໄດ້ກ່າວຂໍໂທດ ພ້ອມທັງສັ່ງພັກວຽກ ແລະ ສັ່ງສືບສວນໂດຍລະອຽດຕໍ່ນັກບິນຄົນດັ່ງກ່າວທີ່ໃຊ້ຍົນຂັບໄລ່ F/A-18 Growler ຫຼື Boeing EA-18G Growler ເຊິ່ງປະຈຳການຢູ່ຖານທັບເທິງເກາະວິດບີ ໃນລັດວໍຊິງຕັນ ອັນໄດ້ສ້າງຄວາມຕື່ນປະຫຼາດໃຫ້ກັບຜູ້ພົບເຫັນ.





No comments

Powered by Blogger.