ຜູ້ແທນຈີນໄປເກົາຫຼີເໜືອ ເພື່ອແຈ້ງຜົນກອງປະຊຸມໃຫຍ່ຂອງພັກ ບໍ່ໄດ້ໄປດ້ວຍບັນຫາແຫຼມເກົາຫຼີ - ອິດສະຫຼະ

ຜູ້ແທນຈີນໄປເກົາຫຼີເໜືອ ເພື່ອແຈ້ງຜົນກອງປະຊຸມໃຫຍ່ຂອງພັກ ບໍ່ໄດ້ໄປດ້ວຍບັນຫາແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 18 ພະຈິກ 2017 ວ່າ: ຈີນຢ້ຳເຖິງມິດຕະພາບທີ່ເກົ່າແກ່ລະຫວ່າງຈີນ ແລະ ເກົາຫຼີເໜືອ ທີ່ເປັນສິ່ງສະແດງເຖິງສາຍພົວພັນອັນລໍ້າຄ່າຂອງສອງພັກສອງລັດ ແລະ ຈີນຈະປະຕິບັດງານຮ່ວມກັບເກົາຫຼີເໜືອ ໃນການສົ່ງເສີມສາຍພົວພັນອັນດີງາມລະຫວ່າງສອງປະເທດຕໍ່ໄປ ແຕ່ທາງການຈີນບໍ່ໄດ້ກ່າວເຖິງບັນຫາໂຄງການອາວຸດຂອງເກົາຫຼີເໜືອເລີຍ ໃນລະຫວ່າງການເດີນທາງຢ້ຽມຢາມເກົາຫຼີເໜືອຂອງທ່ານ ຊົງ ເຖົາ ຫົວໜ້າກຳມະການລະຫວ່າງປະເທດ ພັກຄອມມູນິດຈີນ ໃນຖານະທູດພິເສດຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ທີ່ເດີນທາງເຖິງນະຄອນຫຼວງປຽງຢາງ ເມື່ອວັນທີ 17 ພະຈິກ 2017 ທີ່ຜ່ານມາ.


ສຳນັກຂ່າວທາງການຂອງເກົາຫຼີເໜືອ (KCNA) ລາຍງານໃນຕອນເຊົ້າຂອງວັນທີ 18 ພະຈິກ 2017 ນີ້ວ່າ: ການມາຢ້ຽມຢາມນະຄອນຫຼວງປຽງຢາງ ຂອງທ່ານ ຊົງ ເພື່ອພົບປະກັບທ່ານ ໂຊ ຣະຢອງ ແຮ ເຈົ້າໜ້າທີ່ລະດັບສູງຂອງທາງການຂອງເກົາຫຼີເໜືອ, ໂດຍທ່ານ ຊົງ ໄດ້ເຂົ້າພົບເພື່ອແຈ້ງເຖິງຜົນຂອງກອງປະຊຸມໃຫຍ່ພັກຄອມມູນິດຈີນ ຄັ້ງທີ 19 ທີ່ຈົບລົງເມື່ອບໍ່ດົນມານີ້ ໃຫ້ກັບເກົາຫຼີເໜືອຮັບຮູ້ເຖິງແນວທາງນະໂຍບາຍໃໝ່ຂອງຈີນ, ນອກຈາກນັ້ນແລ້ວ ທ່ານ ຊົງ ແລະ ທ່ານ ໂຊ ຍັງໄດ້ປຶກສາຫາລືເຖິງຄວາມສຳພັນລະຫວ່າງສອງປະເທດ ແລະ ຄວາມສຳພັນຂອງພັກຄອມມູນິດຈິນ ກັບ ພັກກຳມະກອນຂອງເກົາຫຼີເໜືອອີກດ້ວຍ.

ສ່ວນໃນດ້ານຂອງກົມການລະຫວ່າງປະເທດ ພັກຄອມມູນິດຈີນ ຖະແຫຼງວ່າ: ຜູ້ແທນທັງສອງໄດ້ປຶກສາຫາລືກັນເຖິງມິດຕິພາບທີ່ເກົ່າແກ້ລະຫວ່າງຈີນ ແລະ ເກົາຫຼີເໜືອ ທີ່ອະດີດຜູ້ນຳຂອງສອງປະເທດໄດ້ວາງຮາກຖານຮ່ວມກັນມາ ແລະ ເປັນສາຍພົວພັນອັນລໍ້າຄ່າສຳລັບປະຊາຊົນສອງປະເທດ, ທັງສອງຝ່າຍຈະຕ້ອງປະຕິບັດງານຮ່ວມກັນຢ່າງໜັກແໜ້ນໃນການສົ່ງເສີມການພັດທະນາຄວາມສຳພັນລະຫວ່າງທັງສອງພັກສອງລັດ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດຕໍ່ໄປ.

ເຖິງຢ່າງໃດກໍ່ຕາມ ໃນຖະແຫຼງການຂອງກົມການລະຫວ່າງປະເທດ ພັກຄອມມູນິດຈີນ ບໍ່ໄດ້ລະບຸວ່າ ໃນການພົບປະຫາລືກັນໃນຄັ້ງນີ້ ທ່ານ ຊົງ ໄດ້ຍົກບັນຫາໂຄງການນິວເຄຼຍ ຫຼື ຂີປະນາວຸດຂອງເກົາຫຼີເໜືອຂຶ້ນມາກ່າວກັບຜູ້ແທນເກົາຫຼີເໜືອຫຼືບໍ່.

ຂ່າວຍັງແຈ້ງຕື່ມວ່າ: ຍັງບໍ່ຊັດເຈນວ່າ ທ່ານ ຊົງ ຈະຢ້ຽມຢາມເກົາຫຼີເໜືອເປັນເວລາຈັກວັນ ເຊິ່ງການຢ້ຽມຢາມຄັ້ງນີ້ ເກີດຂຶ້ນທ່າມກາງ ຄວາມພະຍາຍາມຂອງຈີນໃນການຊຸກດັນການແກ້ໄຂບັນຫາຄວາມຂັດແຍ່ງຢູ່ແຫຼມເກົາຫຼີດ້ວຍວິທີການທູດ ເຖິງແມ່ນວ່າໃນໄລຍະຜ່ານຈະເຫັນການແລກປ່ຽນການພົບປະເຈລະຈາລະດັບສູງຂອງຈີນ ແລະ ເກົາຫຼີເໜືອເກີດຂຶ້ນໃນລະດັບທີ່ຈຳກັດກໍ່ຕາມ.

ການຢ້ຽມຢາມນະຄອນຫຼວງປຽງຢາງຂອງທູດພິເສດຈີນ ຍັງເກີດຂຶ້ນພຽງໜຶ່ງອາທິດພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ມາຢ້ຽມຢາມຈີນໃນລະຫວ່າງການເດີນທາງຢ້ຽມຢາມອາຊີ ທີ່ທ່ານ ທຣຳ ໄດ້ພະຍາຍາມກົດດັນຈີນໃຫ້ດຳເນີນທ່າທີກົດດັນຕໍ່ເກົາຫຼີເໜືອໃຫ້ຫຼາຍຂຶ້ນ ເພື່ອໃຫ້ຍຸດຕິໂຄງການອາວຸດນິວເຄຼຍ.

ຂະນະທີ່ໃນບົດບັນນາທິການຂອງ Global Times ສື່ທີ່ຊົງອິດທິພົນຂອງຈີນ ໃຫ້ຄວາມເຫັນເຖິງການສົ່ງທູດພິເສດຂອງຈີນໄປຍັງນະຄອນຫຼວງປຽງຢາງຄັ້ງນີ້ວ່າ: ເປັນການບໍ່ສົມຄວນທີ່ຈະຄາດຫວັງຈາກການຢ້ຽມຢາມນະຄອນຫຼວງປຽງຢາງຂອງທ່ານ ຊົງ ທີ່ມີພາລະກິດສຳຄັນຄືການແຈ້ງໃຫ້ເກົາຫຼີເໜືອຮັບຮູ້ເຖິງຜົນຂອງການປະຊຸມໃຫຍ່ພັກຄອມມູນິດຈີນເທົ່ານັ້ນ ແລະ ກ່າວວ່າ "ທ່ານ ຊົງ ບໍ່ແມ່ນຜູ້ວິເສດ" ກຸນແຈສຳຄັນທີ່ຈະຜ່ອນຄາຍສະຖານະການຢູ່ແຫຼມເກົາຫຼີ ແມ່ນຢູ່ໃນມືຂອງສະຫະລັດ ແລະ ເກົາຫຼີເໜືອ ຫາກທັງສອງຝ່າຍຍັງຢືນຢັນຢູ່ກັບຫຼັກແນວຄິດຂອງຕົນເອງ ແລະ ປະຕິເສດທີ່ຈະກ້າວໄປໃນທິດທາງດຽວກັນ ເຖິງແມ່ນວ່າທ່ານ ຊົງ ຈະເປີດປະຕູສຳລັບການເຈລະຈາຂຶ້ນໄດ້ ແຕ່ປະຕູດັ່ງກ່າວກໍ່ອາດປິດລົງໄດ້ທຸກເມື່ອ.



No comments

Powered by Blogger.